ຕາມຂ່າວCRI: ຕອນເຊົ້າວັນທີ 28 ມິຖຸນານີ້ ຢູ່ສູນປະຊຸມສາກົນຕ້າລຽນ, ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະກັບຜູ້ຕາງໜ້າວົງການວິສາຫະກິດອຸດສາຫະກຳການຄ້າສາກົນໃນໂອກາດເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດາວໍສ໌ລະດູຮ້ອນປີ 2017.
ທ່ານ ຫຼີເຄີ້ສຽງ ໄດ້ຕອບຄຳຖາມຜູ້ແທນກອງປະຊຸມຕໍ່ຄວາມເປັນໄປໄດ້ທີ່ວິສາຫະກິດຕ່າງປະເທດເຂົ້າຮ່ວມການປະຕິຮູບເສດຖະກິດຂອງຈີນ, ການຈັດຕັ້ງປະຕິບັດແລະຮັບມືກັບສິ່ງທ້າທາຍຕາມຍຸດທະສາດການຜະລິດໂດຍຈີນ 2025 ແລະລັດຖະບານຈີນຈະຊຸກຍູ້ການປະກອບທຸລະກິດ,ການປະດິດສ້າງໃໝ່ຂອງປະຊາຊົນແລະອິນເຕີເນັດບວກແນວໃດແລະບັນຫາອື່ນໆ.
ທ່ານ ຄລາວສ໌ ຊີວາບ ປະທານກອງປະຊຸມເວທີປຶກສາຫາລືເສດຖະກິດໂລກກ່າວວ່າ: ທ່ານນາຍົກຫຼີເຄີ້ສຽງໄດ້ບັນລະຍາຍນະໂຍບາຍເສດຖະກິດຂອງຈີນຢ່າງຮອບດ້ານໃນກອງປະຊຸມເວທີປຶກສາຫາລືຄັ້ງນີ້ ໂດຍໄດ້ສ້າງຄວາມໝັ້ນໃຈຂອງລັດຖະບານຈີນໃນການລົງເລິກການປະຕິຮູບແລະເປີດກວ້າງການໄຂປະຕູ,ວົງການອຸດສາຫະກຳການຄ້າສາກົນພ້ອມກຳໂອກາດການພັດທະນາຂອງຈີນ,ເພີ່ມທະວີການຮ່ວມມືຕໍ່ຈີນແລະສືບຕໍ່ປະກອບສ່ວນພັດທະນາເສດຖະກິດຈີນ.