ທ່ານ ຫຼີ​ເຄີ້​ສຽງ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສາ​ກົນ
2017-06-29 10:53:20  cri 
ຕາມ​ຂ່າວCRI: ຕອນ​ເຊົ້າ​ວັນ​ທີ 28 ມິ​ຖຸ​ນາ​ນີ້ ຢູ່​ສູນ​ປະ​ຊຸມ​ສາ​ກົນ​ຕ້າ​ລຽນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ພົບ​ປະ​ກັບ​ຜູ້​ຕາງໜ້າ​ວົງ​ການ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສາ​ກົນ​​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ເວ​ທີ​ປຶກ​ສາ​ຫາ​ລື​ດາ​ວໍ​ສ໌​ລະ​ດູ​ຮ້ອນ​ປີ 2017.

ທ່ານ ຫຼີ​ເຄີ້​ສຽງ ໄດ້​ຕອບ​ຄຳ​ຖາມ​​ຜູ້​ແທນກອງ​ປະ​ຊຸມ​ຕໍ່​ຄວາມ​ເປັນ​ໄປ​ໄດ້ທີ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ການ​ປະ​ຕິ​ຮູບ​​ເສດ​ຖະ​ກິດ​ຂອງ​ຈີນ​, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​​ແລະ​ຮັບ​ມືກັບສິ່ງ​ທ້າ​ທາຍຕາມຍຸດ​ທະ​ສາດ​​ການ​ຜະ​ລິດ​ໂດຍ​ຈີນ 2025 ​ແລະລັດ​ຖະ​ບານ​ຈີນ​ຈະ​ຊຸກ​ຍູ້​ການ​ປະ​ກອບ​ທຸ​ລະ​ກິດ,ການ​ປະ​ດິດ​ສ້າງ​ໃໝ່​ຂອງ​ປະ​ຊາ​ຊົນ​ແລະອິນ​ເຕີ​ເນັດ​ບວກ​ແນວ​ໃດ​ແລະ​ບັນ​ຫາ​ອື່ນໆ.

ທ່ານ ຄ​ລາວ​ສ໌ ຊີ​ວາບ ປະ​ທານກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​​ກ່າວ​ວ່າ: ທ່ານ​ນາ​ຍົກ​ຫຼີ​ເຄີ້​ສຽງໄດ້​ບັນ​ລະ​ຍາຍ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ຂອງ​ຈີນ​ຢ່າງ​ຮອບ​ດ້ານ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ​ໂດຍໄດ້ສ້າງຄວາມ​ໝັ້ນ​ໃຈ​ຂອງ​ລັດ​ຖະ​ບານ​ຈີນໃນ​ການ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດກວ້າງ​ການ​ໄຂ​ປະ​ຕູ,ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສາ​ກົນ​​ພ້ອມກຳ​ໂອ​ກາດ​ການ​ພັດ​ທະ​ນາ​ຂອງ​ຈີນ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕໍ່​ຈີນ​ແລະສືບ​ຕໍ່​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ