ທະ​ນາ​ຄານ​ກາງໄທຊີ້ ​ລັດ​ຖະ​ບານຄວນ​ສ້າງ​ກົນ​ໄກຕ້ານ​ຄວາມ​ສ່ຽງ​ຫຼາຍ​ຮູບ​ແບບ
2017-06-29 15:24:06  cri 
ໜັງ​ສື​ພິມ Tong Hua Daily News ຂອງ​ໄທ​ສະ​ບັບ​ວັນ​ທີ 28 ມິ​ຖຸ​ນາ​ນີ້​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທະ​ນາ​ຄານ​ກາງໄທ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​"ວິ​ກິດ​ການ​ເສດ​ຖະ​ກິດ 1997 ຄົບ​ຮອບ 20 ປີ: ບົດ​ຮຽນ​ໃນທາງ​ລົບ​ບົນ​ເສັ້​ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ດຸ່ນ​ດ່ຽງ​ແລະແບບ​ຍືນ​ຍົງ".

ບົດ​ລາ​ຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ປີ​ນີ້​​ເປັນ​ປີ​ຄົບ​ຮອບ 20 ປີ​ແຫ່ງ​ວິ​ກິດ​ການ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ເກີດ​ຂຶ້ນ​ຢູ່​ປະ​ເທດ​ໄທ. ຈາກ​ການ​ເກີດ​ວິ​ກິດ​ການ​ການ​ເງິນ​ດັ່ງ​ກ່າວ​ໄດ້​ກະ​ຕຸ້ນ​ໃຫ້​ເກີດການ​ປ່ຽນ​ແປງ​ຢູ່​ໄທ​ຢ່າງ​ຫຼວງ​ຫຼາຍ ທັງຊຸກ​ຍູ້​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​​ໄທ,ບົດ​ຮຽນ​ຈາກ​ການ​ປະ​ລາ​ໄຊ​ຍັງ​ໄດ້​ຊ່ວຍ​ໃຫ້​​ໄທ​ຜ່ານ​ຜ່າ​ວິ​ກິດ​ການ​ການ​ເງິນ​ໂລກ​ປີ 2008 ​ແລະ​ໄພ​ນ້ຳ​ຖ້ວມ​ຮຸນ​ແຮງ​ປີ 2011 ຢ່າງ​ສຳ​ເລັດ​ຜົນ.

ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ອີກວ່າ:ເຖິງວ່າ​ວິ​ກິດ​ການ​ເສດ​ຖະ​ກິດ​ໄດ້​ຜ່ານ​ໄປ 20 ປີ​ແລ້ວ​ກໍ​ຕາມ,ແຕ່​ໄທ​ຍັງຜະ​ເຊີນ​ກັບ​ຄວາມ​ສ່ຽງ​ໃໝ່​ຕ່າງໆ​ໃນ​ອະ​ນາ​ຄົດ,​ຈາກ​ນີ້,​ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ຕ້ານ​ຄວາມ​ສ່ຽງ​ໃນຫຼາຍ​ຮູບ​ແບບ,ຖື​ຫຼັກ​ການ​ເສດ​ຖະ​ກິດ​ທີ່​ເໝາ​ະ​ສົມ​ເປັນ​ການ​ຊີ້​ນຳ ຈຶ່ງ​ຈະ​ສາ​ມາດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ໃນ​ໄລ​ຍະວົງ​ຈອນເສດ​ຖະ​ກິດ​ທີ່​ມີ​ການ​ປ່ຽນ​ແປງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ