ຊາຍເມືອງ​ຕ່ານ​ຕຸ່ງ​ພາ​ໂຕ​ມັ່ງ​ທ່ຽວ​ຕາມ​ຖະ​ໜົນ
2017-06-29 16:37:41  cri 


ວັນ​ທີ 28 ມິ​ຖຸ​ນາ​ນີ້ ຢູ່​ເມືອງ​ຕ່ານ​ຕຸ່ງ​ແຂວງລຽວ​ນິງ ສ​ປ ຈີນ, ຊາຍ​ເມືອງ​ດັ່ງ​ກ່າວ​ໄດ້​ພາ​ມັ່ງ​ນ້ອຍ​ທີ່​ອາ​ຍຸ​ບໍ່​ເຖິງ 2 ເດືອນ​ໂຕ​ໜຶ່ງ​ເດີນ​ທາງ​ຈາກ​ຟາມ​ຢູ່​ຊົນ​ນະ​ບົດ​ໄປ​ໃນ​ເມືອງ ເພື່ອ​ທ່ຽວ​ຕາມ​ຖະ​ໜົນ​ແລະ​ສວນ​ສາ​ທາ​ລະ​ນະ. ແຕ່​ລະ​ບ່ອນ​ທີ່​ມັນ​ຍ່າງ​ຜ່ານ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ສັນ​ຈອນ​ແລະ​ທ່ອງ​ທ່ຽວ. ມັ່ງ​ນ້ອຍ​ໂຕ​ນີ້​ມັນ​ຊ່າງ​ໃຈ​ກ້າ​ຫຼາຍ. ເພາະ​ເຂົ້າ​ໄປ​ໃນ​ເມືອງ​ເປັນ​ເທື່ອ​ທຳ​ອິດ ເຊິ່ງນອກ​ຈາກ​ມັນ​ບໍ່​ຢ້ານ​ແລ້ວ​ມັນ​ຍັງ​ສ້າງ​ຄວາມ​ລຶ້ງ​ເຄີຍ​ກັບ​ບັນ​ຍາ​ກາດ​ໄດ້​ຢ່າງ​ໄວ​ວາ. ຈາກ​ນີ້​ຈຶ່ງ​ເຮັດ​ຜູ້​ສັນ​ຈອນ​ແລະ​ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູ​ບ​ມັນ​ໄດ້​ຢ່າ​ງ​ງ່າຍ​ດາຍ.
1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ