ກຳ​ປູ​ເຈຍ​ພົບ​ໄຂ່​ແຂ້​ພັນ​ສະ​ຫຍາມ​ທີ່​ຫາ​ຍາກ (ວິ​ດີ​ໂອ)
2017-06-29 16:37:30  cri 

 

ກ່ອນ​ໜ້າ​ນີ້​ບໍ່​ດົນ, ນັກ​ຄົ້ນ​ຄວ້າ​ຂອງ​ສະ​ມາ​ຄົມ​ອະ​ນຸ​ລັກ​ສັດ​ປ່າ​ສາ​ກົນ​ໄດ້​ພົບ​ຟາມ​​ແຂ້​ພັນ​ສະ​ຫຍາມ​ແຫ່ງ​ໜຶ່ງ​ແລະໄຂ່ 6 ໜ່ວຍ​ຢູ່​ແຂວງ​ກົກ​ກົງ​ປະ​ເທດ​ກຳ​ປູ​ເຈຍ​ເຊິ່ງແຂ້​ພັນ​​ນີ້ເປັນ​ສັດ​ທີ່​ຫາ​ຍາກ​ແລະໃກ້​ຈະ​ສູນ​ພັນ​ໃນ​ໂລກ. ປັດ​ຈຸ​ບັນ​ທົ່ວ​ໂລກ​ມີ​ພຽງ​​ແຕ່ 410 ໂຕ​​ໂດຍ​ມີ​ທັງຢູ່​ກຳ​ປູ​ເຈຍ, ມາ​ເລ​ເຊຍ, ມຽນ​ມາ, ໄທ​ແລະ​ຫວຽດ​ນາມ, ​ແຕ່​ສ່ວນ​ໃຫຍ່​ຢູ່​ກຳ​ປູ​ເຈຍ. ເນື່ອງ​ຈາກວ່າ​​ນັກ​ລ່າ​​ສັດຍັງ​ຄົງ​ເປັນ​ໄພ​ຂົ່ມ​ຂູ່​ໃຫຍ່​ທີ່​ສຸດ​ສຳ​ລັບ​ການ​​ມີ​ຊີ​ວິດ​ຂອງ​ແຂ້​ຊະ​ນິດ​ນີ້, ນັກ​ຄົ້ນ​ຄວ້າ​ຈິ່ງ​ຈຳ​ເປັນ​ຕ້ອງ​ເອົາ​ໄຂ່ແຂ້ເຫຼົ່າ​ນີ້​ໄປ​​ເກັບ​ຮັກ​ສາ​ຢູ່ບ່ອນ​ປອດ​ໄພ​ເພື່ອ​​ຮັບ​ປະ​ກັນ​ໃຫ້​ເກີດ​ລູກ​ແຂ້​ໃນ​ຕໍ່​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ