ທຸ​ລະ​ກິດກາ​ນ​ສົ່ງ​ສິນ​ຄ້າ​ດ່ວນ​ຈີນ​​ກວມ 40% ຂອງ​ໂລກ
2017-06-29 10:47:17  cri 
ຕາມ​ຂ່າວCRI: ທ່ານ​ກາວ​ຫົງ​ເຟິງ ປະ​ທານ​ສະ​ມາ​ຄົມ​ການ​ສົ່ງ​ສິນ​ຄ້າ​ດ່ວນ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຈໍ​ລະຈອນ​ສິນ​ຄ້າ​ທົ່ວ​ໂລກ 2017 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ເສິງ​ຕູ່ ສ​ປ ຈີນ​ວ່າ, ປີ​​ຜ່ານ​ມາ, ຈີນ​ໄດ້​ສົ່ງ​ສິນ​ຄ້າ​ດ່ວນໄດ້​ເຖິງ 33 ຕື້​​ອັນ ເຊິ່ງກວມ​ເຖິງ 40% ຂອງຍອດ​ຈຳ​ນວນ​ການ​ສົ່ງ​ສິນ​ຄ້າດ່ວນ​ທົ່ວ​ໂລກ ແລະ​ກໍ​ສາ​ມາດ​ສ້າງລາຍ​ຮັບ​ໄດ້ຫຼາຍກວ່າ 400 ຕື້ຢວນ.

ຂະ​ນະ​ທີ່​ການ​ຊຸກ​ຍູ້ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ, ຂະ​ແໜງ​ການ​​ສົ່ງ​ສິນ​ຄ້າດ່ວນ​ກໍ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ດັ່ງປີ 2016, ​ກົມ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ​​ເປີດ​ເຜີຍ​ວ່າ, ​ການ​ສົ່ງ​ສິນ​ຄ້າ​ດ່ວນ​ທີ່​ສົ່ງ​ໄປ​ຕ່າງ​ປະ​ເທດ ເຊິ່ງ​ລວມ​ທັງ​ຮົງ​ກົງ, ມາ​ເກົາ ແລະ​ໄຕ້​ຫວັນ​ຈີນ​ໄດ້​ບັນ​ລຸ​ເຖິງ 620 ລ້ານ​ອັນ ​ເພີ່ມ​ຂຶ້ນ 44,9% ແລະ​ມີ​ຈັງ​ຫວະການ​ເຕີບ​ໂຕ​ຫຼາຍກວ່າ​ປີ​ຜ່ານ​ມາ​ເກືອບ 15%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ