ງານ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຈີ​ລິນ​ຈີນ​ແລະ​ກຳ​ປູ​ເຈຍ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ
2017-06-30 10:05:10  cri 
ຕອ​ນ​ບ່າຍ​ວັນ​ທີ29ມິ​ຖຸ​ນາ​ນີ້, ແຂວງ​ຈີ​ລິນ​ຈີນ​ແລະ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ​ໄດ້​ຮ່ວມ​ກັນ​ຈັດ​ງານ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ, ແລະ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ ຫຼາຍ​ໂຄງ​ການ.

ທ່ານ​ຈິ່ນ​ອີ້​ຫຸ່ຍ, ຮອງ​ເຈົ້າ​ແຂວງ​ແຂວງ​ຈີ​ລິນ​ກ່າວ​ວ່າ, ອົງ​ການ​ປົກ​ຄອງ​ແຂວງ​ບັດ​ຕຳ​ບອງ​ທີ່​ເປັນ​ແຂວງ​ໃຫຍ່​ດ້ານ​ກະ​ສິ​ກຳ​ຂອງ​ກຳ​ປູ​ເຈຍ​ກັບ​ ແຂວງ​ຈີ​ລິນ​ໄດ້​ເຊັນ​ບົດ​ບັນ​ທຶກ​ກ່​ຽວ​ກັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ​ເພື່ອ​ສ້າງ​ພື້ນ​ຖານ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ປົກ​ຄອງ​ສອງ​ຝ່າຍ​ກ້າວ​ສູ່​ລວງ​ເລິກ, ນອກ​ນີ້ວິ​ສາ​ຫະ​ກິດ​ຂອງ​ແຂວງ​ຈີ​ລິນ​ຍັງ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມືຫຼາຍ​ໂຄງ​ການ​ກັບ​ຄູ່​ຮ່ວມ​ມື​ກຳ​ປູ​ເຈຍ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ,ການ​ຮ່ວມ​ມື​ລະ​ຫວ່າງ​ແຂວງ​ຈີ​ລິນ​ກັບ​ກຳ​ປູ​ເຈຍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ໜັກ​ແໜ້ນ.

ທ່ານ​ກ່າວ​ຕື່ມ​ວ່າ, ແຂວງ​ຈີ​ລິນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ກຳ​ປູ​ເຈຍ, ຈະ​ສ້າງ​ສະ​ພາ​ການ​ຄ້າ​ຈີ​ລິນ​ຢູ່​ກຳ​ປູ​ເຈຍ, ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ກະ​ສິ​ກຳ,ອຸດ​ສາ​ຫະ​ກຳ,ການ​ກໍ່​ສ້າງ​ແລະ​ການ​ຂົນ​ສົ່ງ​ສິນ​ຄ້າ​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ