ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ຟີ​ລິບ​ປິນ​ພົບ​ປະ​ເຈ​ລະ​ຈາ​ກັນໃນຫຼາຍ​ດ້ານ
2017-06-30 15:44:47  cri 
ທ່ານ​ຫວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ອາ​ລານ ປີ​ເຕີ ຄາ​ເຢ​ຕາ​ໂນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້.

​ໂອ​ກາດ​ນີ້,ທ່ານ​ຫວາງ​ຢີ້​ຢືນ​ຢັນ​ວ່າ: ສາຍ​ພົວ​ພັນ​ຈີນ-ຟີ​ລິບ​ປິນຫຼັງ​ຈາກ​ຟື້ນ​ຟູ​ດີ​ຂຶ້ນ​ຮອບ​ດ້ານ​ແລ້ວ​ກໍ​ກຳ​ລັງ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ຕາມ​ທິດ​ທາງ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ເຊິ່ງ​ເປັນ​ທິດ​ທາງ​ອັນ​ຖືກ​ຕ້ອງ ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ​​ແລະ​ຕໍ່​ເນື່ອງ. ສອງ​ຝ່າຍ​ຄວນ​​ທົບ​ທວນ​ແລະ​ແລກ​ປ່ຽນບົດ​ຮຽນ​​ເຊິ່ງ​ກັນ​ແລະ​ກັນໃຫ້ຫຼາຍ​ຂຶ້ນ ທັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ຈີນ-ຟີ​ລິບ​ປິນ,ລົງ​ເລິ​ກ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ,ແກ້​ໄຂ​ບັນ​ຫາ​ທາງ​ທະ​ເລ​ໃຫ້​ເໝາະ​ສົມ​ແລະ​ອື່ນ​ໆ, ຂະ​ນະ​ດຽວ​ກັນ​​ຕ້ອງ​ສືບ​ຕໍ່​ຍຶດ​ໝັ້ນ​ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ດ້ວຍ​ການ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັນ​ເພື່ອ​ເຮັດ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ແລະ​ບັນ​ລຸ​ຕາມ​ເປົ້າ​ໝາຍ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຟີ​ລິບ​ປິນ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ຕ້ານ​ຢາ​ເສບ​ຕິດ, ພື້ນ​ຖານ​ໂຄງ​ລ່າງ,ເສດ​ຖະ​ກິດ​ການ​ຄ້າ​ກັບ​ການ​ລົງ​ທຶນ, ກະ​ສິ​ກຳ​ແລະ​ການ​ປະ​ມົງ, ການລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ແລະ​ອື່ນໆ. ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້ຫຼາຍ​ຂຶ້ນ​ໃນ​ຂະ​ບວນ​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ",ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ທາງ​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເພື່ອ​ບັນ​ລຸ​ໃຫ້​ສອງ​ປະ​ເທດ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ. ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຟີ​ລິບ​ປິນ​ປະ​ຕິ​ບັດ​ວຽກ​ງານ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ໃນ​ປີ​ນີ້, ຮ່ວມ​ກັນ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງຈີນ-ອາ​ຊຽນ ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ໜຶ່ງ​ດຽວ​ຂອງ​ອາ​ຊີ​ຕາ​ເວັນ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ