ບໍ​ລິ​ສັດ​ແຂວງ​ຊ່ານ​ຕຸ່ງ​ສຳ​ເລັດ​ການ​ທົດ​ລອງ​ເຄື່ອງ​ຈັກ​ປະ​ຕິ​ບັດ​ງານ​ທັງ​ບົກ​ທັງ​ນ້ຳ
2017-06-30 16:24:56  cri 

ວັນ​ທີ 29 ມິ​ຖຸ​ນາ​ນີ້, ບໍ​ລິ​ສັດ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ປິ່ນ​ໂຈ່ວ​ແຂວງ​ຊ່ານ​ຕຸ່ງ ສ​ປ ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ເຄື່ອງ​ຈັກ​ປະ​ຕິ​ບັດ​ງານ​ທັງ​ບົກ​ທັງ​ນ້ຳ ເຊິ່ງ​ເປັນ​ຜະ​ລິດ​ຕະ​ພັນ​ຂອງ​ບໍ​ລິ​ສັດ​ຕົນ ທີ່​ຈະ​ນຳ​ໄປ​ຈຳ​ໜ່າຍ​ຢູ່​ອາ​ຣັບ​ບີ​ຊາ​ອຸ​ດິດ​ໃນໄວໆ​ນີ້. ​ຂ່າວ​ແຈ້ງວ່າ: ເຄື່ອງ​ຈັກ​ດັ່ງ​ກ່າວ​ເໝາະ​ສົມ​ເພື່ອ​ນຳໃຊ້​ກັບ​ການ​ສຳຫຼວດ,ປະ​ຕິ​ບັດ​ງານ,ການ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ແຄວ້ນ​ພິ​ເສດ​ເປັນ​ຕົ້ນ​ດິນ​ທາມ,ດິນ​ຊຸ່ມ,ເຂດ​ນ້ຳ​ຕື້ນ​ແລະ​ອື່ນໆ ​​ບໍ່​ພຽງ​ແຕ່ສາ​ມາດ​ແລ່ນ​ຢູ່​ເທິງ​ບົກ, ເທິງ​ນ້ຳ​ ເທົ່າ​ນັ້ນ,ມັນ​ຍັງສາ​ມາດ​ປະ​ຕິ​ບັດ​ການ​ສຳຫຼວດ​ຢູ່​ໃຕ້​ນ້ຳ ແລະ​ອື່ນໆ​ໄດ້​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ