ເອກ​ອັກຄະ​ລັດຖະທູດ​ຈີນ​ຕຳ​ໜິອາ​ເມ​ລິ​ກາ​ຢ່າງ​ຮຸນ​ແຮງ​ກໍລະນີ​ທີ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ
2017-06-30 16:16:45  cri 

ວັນ​ທີ 29 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ປະກາດ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ​ທີ່​ມີມູນ​ຄ່າ​ເຖິງ 1 ຕື້ 400 ລ້ານ​ໂດ​ລາ​ສະຫະລັດ ​ເຊິ່ງ​ເປັນຄັ້ງທຳ​ອິດ​ທີ່​ອາ​ເມ​ລິ​ກາ​ອະນຸມັດ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນຫຼັງທ່ານ​ໂດ​ນັນ ທຣຳ ຂຶ້ນດຳລົງ​ຕຳ​ແໜ່​ງ ປະທານາທິບໍດີ.

ຕໍ່​ກໍລະນີ​ດັ່ງກ່າວ, ທ່ານ​ຊຸຍ​ທ່ຽນ​ໄຂ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ເມ​ລິ​ກາ ​ໄດ້​ຕຳ​ໜິການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ທີ່​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ ​ໂດຍ​ກ່າວ​ວ່າ: ຈີນ​ກໍ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ອາ​ເມ​ລິ​ກາມາ​ແລ້ວ ​ເພາະວ່າ​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຝືນ​ກັບຫຼັກການ "ຈີນ​ປະ​ເທດດຽວ" ຢ່າງ​ໜັກໜ່ວງ ​ແລະ ກໍ​ໄດ້ລະ​ເມີດ​ຖະ​ແຫຼງການ​ຮ່ວມ​ 3 ສະບັບ​ລະຫວ່າງ​ຈີນ​ແລະ​ອາ​ເມ​ລິ​ກາ ສະນັ້ນ, ຈີນ​ສະຫງວນ​ສິດ​ທີ່​ອາດ​ຈະ​ມີ​ການ​ກະທຳ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເພື່ອ​ຕອບ​ໂຕ້​ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ຕື່ມ​ອີກ.

ທ່ານ​ຊຸຍ​ທ່ຽນ​ໄຂ ກ່າວ​ຕື່ມ​ວ່າ: ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ລະ​ເມີດ​ຈິດ​ໃຈ​ແລະ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ການ​ພົບ​ປະຄັ້ງທຳ​ອິດ​ລະຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ໃນ​ເດືອນ​ເມສາ​ປີ​ນີ້​ຢ່າງ​ຈະ​ແຈ້ງ ພວກ​ຂ້າພະ​ເຈົ້າຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​​ມີ​ວິທີ​ທີ່​ດີເພື່ອ​ແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ ​ແລະ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ການ​ໄປມາຫາສູ່​​ແລກປ່ຽນກັນ ​ແລະ ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ ລະຫວ່າງ​ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ໃນ​ຕໍ່ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ