ລັດຖະມົນຕີ​ຕ່າງປະ​ເທດ​ຈີນ​ແລະ​ຟິລິບ​ປິນ​ຮ່ວມ​ກັນ​ຖະ​ແຫຼງຂ່າວ
2017-06-30 16:20:18  cri 

ວັນ​ທີ 29 ມິຖຸນາ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ອາ​ລານ ປີ​ເຕີ ຄາ​ເຢຕາ​ໂນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຟິລິບ​ປິນ​ໄດ້​ຮ່ວມ​ຖະ​ແຫຼງຂ່າວຫຼັງພົບ​ປະກັນ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ພວກ​ຂ້າພະ​ເຈົ້າ​ເປັນ​ເອກະສັນ​ກັນ​ເຫັນ​ດີ​ໃຫ້​ແກ້​ໄຂບັນຫາ​ທາງ​ທະ​ເລ​ໂດຍ​ຜ່ານ​ການ​ຫາລື​ຢ່າງ​ມີ​ໄມຕີ​ຈິດ​ລະຫວ່າງ​ສອງ​ຝ່າຍ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນ​ໄກ​ປຶກສາ​ຫາລື​ສອງ​ຝ່າຍ​ ​ແລະ ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດທະ​ເລ ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້ທີ່​ໄດ້​ສ້າງ​ຂຶ້ນ​ແລ້ວນັ້ນຢ່າງ​ເຕັມທີ່, ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ທະ​ເລ, ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມຄວບຄຸມ​ຂໍ້​ວິວາດ​ກັນ, ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້ ​ແລະ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ປອດ​ໃສ ​ແລະ ໜັກ​ແໜ້ນ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ: ຟິລິບ​ປິນ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ​ໃນ​ປີ​ນີ້, ຂະນະ​ທີ່​ຈີນກໍສຸມ​ກຳລັງສະໜັບສະໜູນ​ຟິລິບ​ປິນຈັດ​ກອງ​ປະຊຸມ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກຕ່າງໆ​ໃນ​ປີ​ນີ້​ໃຫ້​ດີ, ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃຫ້​ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ