ປະ​ມຸກ​ລັດ​ປະ​ເທດ​ເອີ​ລົບ​ຫຼາຍ​ທ່ານ​ກ່າວ​ຢ້ຳ​ວ່າຈະສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ແລະ "ສັນ​ຍາ​ປາ​ຣີ"
2017-06-30 16:32:47  cri 
ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີ​ເກີ​ປະ​ເທດ​ເຢຍ​ລະ​ມັນ​​ໃນ​ວັນ​ທີ 7 ຫາ​ວັນ​ທີ 8 ເດືອນ​​ກໍ​ລະ​ກົດ. ວັນ​ທີ 29 ມິ​ຖຸ​ນາ​ນີ້, ປະ​ມຸກ​ລັດ​ປະ​ເທດ​ເອີ​ລົບ​ຫຼາຍ​ທ່ານ​ໄດ້​ພົບ​ປະ​ກັນ​ຢູ່​ແບກ​ແລ​ງ​ແລະ​ກ່າວ​ຢ້ຳ​ວ່າ​ຈະສະ​ໜັບ​ສະ​ໜູບ​ການ​ຄ້າ​ເສ​ລີ​ແລະ "ສັນ​ຍາ​ປາ​ຣີ" ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຫຼັງ​ການ​ພົບ​ປະ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ດັ່ງ​ກ່າວ, ທ່ານ​ນາງ​ອັນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ກ່າວ​ວ່າ, ປະ​ເທດ​ເອີ​ລົບ​ມີ​ຫຼັກ​ໝັ້ນ​​ເປັນເອ​ກະ​ພາບ​ກັນ​ໃນ​ດ້ານ​ການ​ຊຸກ​ຍູ້ "ສັນ​ຍາ​ປາ​ຣີ", ແລະ​ "ມີ​ຄວາມ​ເດັດ​ດ່ຽວກວ່າ​ທຸກ​ເວ​ລາ​ທີ່​ຜ່ານ​ມາ". ຂະ​ນະ​ດຽວ​ກັນ, ຜູ້​ນຳ​ປະ​ເທດ​ເອີ​ລົບ​ເຫຼົ່າ​ນີ້​ກ່າວ​ຕື່​ມ​ວ່າ, ຈະ​ສະ​ໜັບ​ສະ​ໜູນ​ການ​ຄ້າ​ເສ​ລີ​ແລະ​ການ​ຮ່ວມ​ມື​ສາ​ກົນ​ໃນ​ກອງ​ປະ​ຊຸມ​ສຸດຍອດປະ​ເທດ G20 ທີ່ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີ​ເກີ​ໃນ​ຄັ້ງ​ນີ້​ອີກ​ດ້ວຍ​.

ສຳ​ລັບ​ຄວາມ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ເສ​ລີ​ແລະ​ຫົວ​ຂໍ້​ກາ​ນ​ປ່​ຽນ​ແປງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ​ລະ​ຫວ່າງ​ເອີ​ລົບ​ກັບ​ອາ​ເມ​ລິ​ກາ, ທ່ານ​ນາງ​ເມີ​ເຄວ​ກ່າວ​ວ່າ, ສອງ​ຝ່າຍ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢ່າງ​ຈະ​ແຈ້ງ, ການ​ເຈ​ລະ​ຈາ​ຂອງກອງ​ປະ​ຊຸມ​ສຸດຍອດ​ປະ​ເທດ G20 ຈະ​ຫຍຸ້ງ​ຍາກ​ທີ່​ສຸດ​ຢ່າງ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ