ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ຈະ​ພົບ​ປະ​ກັນ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ G20
2017-06-30 16:36:51  cri 
ວັນ​ທີ 29 ມິ​ຖຸ​ນາ​ນີ້, ທ່ານ​ເປັ​ສ​ໂຄ​ຟ ເລ​ຂາ​ຖະ​ແຫຼງ​ຂ່າວ​ຂອງ​ທ່ານວຼາດິ​ເມຍ ປູ​ຕິ​ນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດກຸ່ມ 20 ປະ​ເທດ​ຫຼື G20, ທ່ານ​ປູ​ຕິນ​ຈະ​ພົບ​ປະ​ກັບ​ທ່ານ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.
ທ່ານ​ເປັ​ສ​ໂຄ​ຟ ກ່າວ​ວ່າ, ສອງ​ທ່ານ​ຈະ​ພົບ​ປະ​ກັນ, ແຕ່​ວ່າ​ຣັດ​ເຊຍ​ຍັງ​ບໍ່​ໄດ້​ກຽມ​ພ້ອໃນ​ການ​ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ມຸກ​ລັດ​ທັງ​ສອງ​ປະ​ເທດ​ເທື່ອ.
ນັບ​ແຕ່​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ​ມາ​ນີ້, ຜູ້​ນຳ​ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ຈະ​ພົບ​ປະ​ກັນ​ໃນ​ເວ​ລາ​ໃດ​​ນັ້ນໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້​ວົງ​ການ​ຕ່າງໆ​​ຢ່າງ​ຫຼວງ​ຫຼາຍ. ກ່ຽວ​ກັບ​ບັນ​ຫາ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ, ຣັດ​ເຊຍ​ເຄີຍ​ເປີດ​ເຜີຍ​ຫຼາຍ​ເທື່​ອ​ແລ້ວ​ວ່າ​ບໍ່​ມີ​ແຜນ​ການ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ​​ແຕ່​ຢ່າງໃດ.
ສຳ​ລັດ​ການ​ພົບ​ປະ​ກັນ​ເທື່ອ​ນີ້, ທ່ານ​ເຊີ​ແກ ​ລາ​ຟລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ເຄີຍ​ກ່າວວ່າ, ກ່ອນ​ຈະ​ຈັດ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ປະ​ເທດ, ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ຄວນ​ປຶກ​ສາ​ຫື​ກ່ຽວ​ກັບ​ບັນ​ຫາ "ການ​ສົນ​ທະ​ນາ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້ເປັນ​ປົກ​ກະ​ຕິ"ກ່ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ