ເປີດ​ນຳ​ໃຊ້​ລົດ​ສົ່ງ​ສິນ​ຄ້າ​ດ່ວນ​ບໍ່​ມີ​ຄົນ​ຂັບ​ຢູ່​ນະ​ຄອນຫຼວງ​ລອນດອນ (ວິ​ດີ​ໂອ)
2017-06-30 16:39:19  cri 

 

​ຫວ່າງມໍ່ໆ​ມາ​ນີ້, ​ລົດສົ່ງ​ສິນ​ຄ້າ​ດ່ວນ​ບໍ່​ມີ​ຄົນ​ຂັບ​ຄັນໜຶ່ງ​ທີ່​​ຄ້າຍ​ຄື​ກັບ​ລົດຢູ່​ເດີ່ນ​ກັອບ​ໄດ້​ແລ່ນ​ເຂົ້າ​ເຂດ​ຊຸມ​ຊົນ​ນະ​ຄອນຫຼວງ​ລອນດອນ ເພື່ອ​ສົ່ງ​ສິນ​ຄ້າ​ດ່ວນ​ໄປ​ໃຫ້​ປະ​ຊາ​ຊົນ​ຢູ່​ເຂດ​ນັ້ນ. ລົດ​ສົ່ງ​ສິນ​ຄ້າ​ດ່ວນ​ບໍ່​ມີ​ຄົນ​ຂັບ​ຄັນ​ນີ້​ໄດ້​ຕິດ​ຕັ້ງ​ລະ​ບົບ GPS ເຊິ່ງ​ສາ​ມາດ​ເລືອກ​ເ​ສັ້ນ​ທາງ​ອີງ​ຕາມ​ສະ​ພາບ​ລົດ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ. ຍ້ອນ​ວ່າ​ໄດ້​ໃຊ້​ເບັດ​ເຕີ​ລີ, ລົດ​ຄັນ​ນີ້​ຈະ​ບໍ່​ມີ​ສຽງ​ດັງ​ແລະ​ບໍ່​ມີ​ມົນ​ລະ​ພິດ. ທາງຫຼັງ​ຂອງ​ລົດ​​ມີ​ຕູ້​ບັນ​ຈຸ​ສິນ​ຄ້າ 8 ຕູ້ ແລະ​ສາ​ມາດ​ບັນ​ຈຸ​ສິນ​ຄ້າ​ໄດ້ 128 ກິ​ໂລ. ປັດ​ຈຸ​ບັນ, ລົດ​ຍີ່​ຫໍ້​ນີ້​ໄດ້​ຮ່ວມ​ມື​ກັບ​ຮ້ານ​​ສັບ​ພະ​ສິນ​ຄ້າ​ອິນ​ເຕີ​ເນັດ​ແຫ່ງ​ໜຶ່ງ​ຂອ​ງ​ອັງ​ກິດ ເພື່ອ​ສົ່ງ​ສິນ​ຄ້າ​ໃຫ້​ແກ່​ລູກ​ຄ້າ. ຂະ​ນະ​ທີ່​ລົດ​ບໍ່​ມີ​ຄົນ​ຂັບ​ໄປ​ເຖິງ​ໜ້າ​ບ້ານ​ລູກ​ຄ້າ​ແລ້ວ, ໄຟ​ຢູ່ນອກ​ຕູ້​ສິນ​ຄ້າ​ຈະ​ດັງ​ຂຶ້ນ, ລູກ​ຄ້າ​ຈະມາ​ຮັບເອົາ​ສິນ​ຄ້າ​​ດ້ວຍ​ຕົນ​ເອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ