ທະ​ນາ​ຄານ​ຈີນ​ສ້າງ​ຕັ້ງ​ສູນ​ຈຳ​ໜ່າຍ​ພັນ​ທະ​ບັດ​ອາ​ຊີ​ຢູ່​ສິງ​ກະ​ໂປ
2017-06-30 15:48:21  cri 
ຕາມ​ຂ່າວCRI: ວັນ​ທີ 29 ມິ​ຖຸ​ນາ​ນີ້, ທະ​ນາ​ຄານ​ຈີນ ຫຼື BOC ໄດ້​ປະ​ກາດ​ສ້າງ​ຕັ້ງ​ສູນ​ຈຳ​ໜ່າຍ​ພັນ​ທະ​ບັດ​ອາ​ຊີ​ຢູ່​ສິງ​ກະ​ໂປ ເຊິ່ງ​ແມ່ນ​​ທະ​ນາ​ຄານ​ຂອງ​ຈີນ​​ທີ່ສ້າງ​ຕັ້ງ​ສູນ​ຈຳ​ໜ່າຍ​ພັນ​ທະ​ບັດ​ປະ​ຈຳພາກ​ພື້ນ​ແຫ່ງ​ທຳ​ອິດ​ຢູ່​ສິງ​ກະ​ໂປ.

​ທ່ານ​ຊິວ​ຈື້​ຄຸນ ຜູ້​ອຳ​ນວຍ​ການ​ໃຫຍ່​ທະ​ນາ​ຄານ​ຈີນ​ສາ​ຂາ​ສິງ​ກະ​ໂປ​ກ່າວໃນ​ພິ​ທີ​ເປີດ​ການ​ບໍ​ລິ​ການ​ວ່າ, ທະ​ນາ​ຄານ​ຈີນ​ໄດ້​ອອກ​ແຮງ​ຮັບ​ໃຊ້​ການ​ໄປ​ມາ​ຫາ​ສູ່​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ສິງ​ກະ​ໂປ​ມາ​ໂດຍຕະຫຼອດ, ໂດຍ​ອີງ​ຕາມ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ໃນ​ຕະຫຼາດ​ໜີ້​ສິນ​ ແລະ​ບົດ​ຮຽນ​ການທຸ​ລະ​ກິດ​ຢູ່​ສິງ​ກະ​ໂປ​ມາ​ເປັນ​ເວ​ລາ 80 ກວ່າ​ປີ, ເຊື່ອ​ວ່າ​ສູນ​ດັ່ງ​ກ່າວ​ຈະ​ສາ​ມາດ​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ທະ​ນາ​ຄາ​ນ​​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂອງ​ສິງ​ກະ​ໂປ​ແລະ​ຂອງ​ພາກ​ພື້ນ ​ພ້ອມ​ທັງ​ສືບ​ຕໍ່​ຊຸກ​ຍູ້​ທະ​ນາ​ຄານ​ຈີນ​ໃນ​ການ​ສ້າງ​​ໂຄງ​ການຂອງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ອີງ​ໃສ່​ຖາ​ນະ​ທີ່​ເປັນ​ໃຈ​ກາງ​ການ​ທະ​ນາ​ຄານ​ພາກ​ພື້ນ​ຂອງ​ສິງ​ກະ​ໂປ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ທົ່ວ​ພາກ​ພື້ນໃຫ້​ດີ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ