ກ​ອງ​ປະ​ຊຸມ​ການ​ປະ​ດິດ​ອັດ​ສະ​ຣິ​ຍະ​ໂລກ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຖ່ຽນ​ສິນ
2017-06-30 15:50:35  cri 
ຕາມ​ຂ່າວCRI: ກ​ອງ​ປະ​ຊຸມ​ການ​ປະ​ດິດ​ອັດ​ສະ​ຣິ​ຍະ​ໂລກ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຖ່ຽນ​ສິນໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້, ຜູ້​ແທນ​ແລະ​ຊ່ຽວ​ຊານ​ທີ່​ມາ​ຈາກ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທີ່​ມີ​ຊື່​ສຽງ​ ແລະ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໄດ້​ຮ່ວມ​ກັນ​ຄົ້ນ​ຄວ້າ​ການ​ຂະ​ຫຍາຍ​ຕົວ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ສະ​ມາດ ແລະ​ວາງ​ແຜນ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

ເຈົ້າ​ໜ້າ​ທີ່​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີກ່າວ​​ໃນ​ກອງ​ປະ​ຊຸມວ່າ, ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ການ​ພັດ​ທະ​ນາ​ການ​ປະ​ດິດ​ອັດ​ສະ​ຣິ​ຍະ. ປັດ​ຈຸ​ບັນ, ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນ​ໄດ້​ຮ່ວມ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໄດ້​ສຳ​ເລັດ​ການ​ຮຽບ​ຮຽງ​ແຜນ​ການ​ພັດ​ທະ​ນາ​ການ​ປະ​ດິດ​ອັດ​ສະ​​ຣິ​ຍະ​ຮຸ່ນ​ໃໝ່ ແລະ​ຈະ​ເປີດ​ເຜີຍ​ຕໍ່​ສັງ​ຄົມ​ໃນ​ໄວໆ​ນີ້.

​ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​​ເປັນ​ເວ​ລາ​ສອງວັນ​ນັ້ນ, ນອກ​ຈາກກອງ​ປະ​ຊຸມ​ໃຫຍ່​ແລ້ວ, ຍັງ​ມີ 15 ກອງ​ປະ​ຊຸມ​​ຍ່ອຍ​ຕ່າງໆ ແລະ​ຍັງ​​ໄດ້ຈັດ​ງານ​ວາງ​ສະ​ແດງ​ເຕັກ​ໂນ​ໂລ​ຊີ​ສ​ະມາດ​ໂລກ, ການ​ແຂ່ງ​ຂັນ​ຂັບ​ຂີ່​ແບບ​ສະ​ມາດ​ໂລກ ແລະ​ອື່ນໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ