ປັກ​ກິ່ງ​​ອອກ "ບັດ​ຂຽວ" ພັກ​ເຊົ່າ​ຖາ​ວອນ​ໃຫ້​ຊາວຕ່າງ​ປະ​ເທດ​ເກືອບ 500 ຄົນ
2017-06-30 15:52:36  cri 
ພິ​ທີ​ຖະ​ແຫຼງ​ຂ່າວ​ຜົນ​ງານ​​ການ​ສ້າງສູນ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທົ່ວ​ປະ​ເທດ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເມື່ອ​ມໍ່ໆ​ມາ​ນີ້, ທ່ານ​ສູ​ສຽງ​ ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ນະ​ຄອນຫຼວງ​ປັກ​ກິ່ງ​ເປີດ​ເຜີຍ​ວ່າ, ປັກ​ກິ່ງ​ພວມ​ເລັ່ງ​ລັດ​ການ​ເຕົ້າ​ໂຮມ​ນັກ​ວິ​ທະ​ຍາ​ສາດ​ແລະ​ທີມ​ງານ​ປະ​ດິດ​ສ້າງ​ລະ​ດັບ​ໂລກ. ມາ​ຮອດ​ທ້າຍ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ​ນີ້, ປັກ​ກິ່ງ​ໄດ້​ອອກ"ບັດ​ຂຽວ" ພັກ​ເຊົາ​ຖາ​ວອນ​ໃຫ້​ແກ່​​ຊາວ​ຕ່າງ​ປະ​ເທດທີ່​ເຮັດ​ວຽກ​ຢູ່​ໃນ​ປະ​ເທດ​ຈີນ​ເກືອບ 500 ຄົນ ເຊິ່ງ​ເປັນ​ການ​ບຸ​ກ​ທະ​ລຸ​ແບບ​ກ້າວ​ກະ​ໂດດ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຄຸ້ມ​ຈຸ່ງ​ກ່ວນ​ຊຸ່ນ​ປັກ​ກິ່ງ​ເປັນ​ເຂດຕົວ​ແບບ​ປະ​ດິດ​ສ້າງ​ແຫ່ງ​ລັດ ເຊິ່ງ​ມີ​ນະ​ໂຍ​ບາຍ​ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ​ຂອງ​ຊາວ​ຕ່າງ​ປະ​ເທດ 10 ລາຍ ​ທີ່​ເປັນ​ການ​ທົດ​ລອງ​ກ່ອນ​ໝູ່​ໃນ​ທົ່ວ​ປະ​ເທດ​ຈີນ, ​ມາ​ຮອດ​ປັດ​ຈຸ​ບັນ ນະ​ໂຍ​ບາຍ​ເຫຼົ່າ​ນີ້​ໄດ້​ຂະ​ຫຍາຍ​ໄປ​ເຖິງ​​ເມືອງ​ສາວ​ຢ໋າງ​ແລະ​ເມືອງ​ຊຸ້ນ​ຢີ້​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ