ທ່ານ​ສີ​ຈີນ​ຜີງ​ເຂົ້າ​ຮ່ວມ​ພິ​ທີ​ເຊັນ 'ສັນ​ຍາ​ການ​ຮ່ວມ​ມື​ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ພະ​ລາ​ຊ​ະ​ວັງ​ບູ​ຮານ​ຮົງ​ກົງ'
2017-06-30 16:28:46  cri 

ຕອນ​ບ່າຍ​ວັນ​ທີ 29 ມິ​ຖຸ​ນາ​ນີ້, ​ຢູ່​ເຂດ​ວັດ​ທະ​ນະ​ທຳ​ຊີ່​ຈີວ ຮົງ​ກົງ, ທ່ານ​ສີ​ຈີນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ 'ສັນ​ຍາ​ການ​ຮ່ວມ​ມື​ກໍ່​ສ້າງ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ພະ​ລາດ​ຊ​ະ​ວັງ​ບູ​ຮານ​ຮົງ​ກົງ'.

ເຂດ​ວັດ​ທະ​ນະຊີ່​ຈີວ​ແມ່ນ​ເຂດ​ໂຄງ​ການ​ວັດ​ທ​ະ​ນະ​ທຳ​ສຳ​ຄັນ​ຂອງ​ຮົງ​ກົງ, ລວມ​ທັງ​ສິ່ງ​ກໍ່​ສ້າງ​ທີ່ສິນ​ລະ​ປ​ະ​ວັດ​ທະ​ນະ​ທຳ 17 ແຫ່ງ, ເຊັ່ນ, ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ພະ​ລາ​ຊະ​ວັງ ແລະ ສູນ​ງິ້ວເປັນ​ຕົ້ນ. ຫຼັງ​ຈາກ​ຫໍ​ພິ​ພິ​ທະ​ພັນ​ວັດ​ທະ​ນະ​ທຳ​ພະ​ລາ​ຊະ​ວັງ​ສ້າງ​ສຳ​ເລັດ​ແລ້ວ ຈະ​​ວາງສະ​ແດງວັດ​ຖຸ​ບູ​ຮານ​ຂອງ​ຫໍ​ພິ​ພິ​ທະ​ພັນພະ​ລາ​ຊະ​ວັງ​ບູ​ຮານ ເພື່ອ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຮົງ​ກົງ​ອຸ​ດົມ​ສົມ​ບູນ​ຂຶ້ນກວ່າ​ເກົ່າ. ​ອົງ​ການ​ຄຸ້ມ​ຄອງ​ເຂດ​ວັດ​ທ​ະ​ນະ​ທຳ​ຊີ່​ຈີວ ກັບ ​ຫໍ​ພິ​ພິ​ທະ​ພັນພະ​ລາ​ຊະ​ວັງ​ບູ​ຮານ​ຈະ​ຮ່ວມ​ມື​ກັນ​ດຳ​ເນີນ​ການ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ, ອົບ​ຮົມ​ນັກ​ວິ​ຊາ​ການ ແລະ ການ​ແລກ​ປ່ຽນ​ຢ້ຽມ​ຢາມ​ຂອງ​ບຸກ​ຄົນ​ຕ່າງໆ.

ທ່ານ​ສີ​ຈີນ​ຜີງ​ກ່າວ​ວ່າ, ຫວັງ​ໃຫ້​ໂຄງ​ການ​ເຂດ​ວັດ​ທະ​ນ​ະ​ທຳ​ຊີ່​ຈີວ​ສາ​ມາດ​ຊຸກ​ຍູ້ອຸດ​ສາ​ຫະ​ກຳ​ການ​ປະ​ດິດ​ສ້າງ​ດ້ານ​ວັດ​ທະ​ນ​ະ​ທຳ​ຂອງ​ຮົງ​ກົງ​ໃຫ້​ພັດ​ທະ​ນາ, ເຮັດ​ໃຫ້​ເນື້ອ​ໃນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຮົງ​ກົງ ເຊິ່ງ​ເປັນ​ຕົວ​ເມືອງ​ໃຫຍ່​ສາ​ກົນ​ນັ້ນ​ໃຫ້​ສົມ​ບູນ​ຂຶ້ນກວ່າ​ເກົ່າ, ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ເວ​ທີ​ແລກ​ປ່ຽນ​ວັດ​ທ​ະ​ນະ​ທຳ​ຈີນ ກັບ ຝ່າຍ​ຕາ​ເວັນ​ຕົກ, ພ້ອມ​ທັງຊຸກ​ຍູ້​ການຮ່ວມ​ມື​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ