ຕອນບ່າຍວັນທີ30ມິຖຸນາແລ້ວນີ້, ຢູ່ເຂດບໍລິຫານພິເສດຮົງກົງຈີນ, ທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າວົງການຕ່າງໆຂອງສັງຄົມຮົງກົງ, ແລະກ່າວປາໄສທີ່ສຳຄັນ.
ທ່ານສີຈິ້ນຜີງຊີ້ອອກວ່າ, ນັບແຕ່ຮົງກົງກັບຄືນສູ່ປະເທດຊາດເປັນເວລາ20ປີເປັນຕົ້ນມາ, ການປະຕິບັດທິດທາງ "ປະເທດດຽວ ສອງລະບອບ"ໄດ້ຮັບຜົນສຳເລັດທີ່ຮັບຮອງຈາກທົ່ວໂລກ. ສຳລັບສະພາບການໃໝ່ແລະບັນຫາໃໝ່ທີ່ເກີດຂຶ້ນໃນພຶດຕິກຳ, ຕ້ອງປະຕິບັດດ້ວຍທ່າທີຢ່າງຖືກຕ້ອງ, ວິເຄາະຢ່າງມີສະຕິ, ແລະຊອກວິທີເພື່ອແກ້ໄຂ. ແນວໃດກໍດີ, ລັດຖະບານກາງຈະຍຶດໝັ້ນທິດທາງ "ປະເທດດຽວ ສອງລະບອບ"ຢ່າງບໍ່ມີການປ່ຽນແປງແລະບໍ່ຫວັ່ນໄຫວຄອນແຄນ.
ທ່ານສີຈິ້ນຜີງຊີ້ແຈງວ່າ, ຖ້າຢາກຊຸກຍູ້ຮົງກົງບັນລຸຄວາມຈະເລີນຮຸ່ງເຮືອງແລະການພັດທະນາພາຍໃຕ້ເງື່ອນໄຂປະຫວັດສາດໃໝ່, ຮັກສາຄວາມກົມກຽວແລະຄວາມໝັ້ນຄົງນັ້ນ, ຕ້ອງການພວກເຮົາເກາະແຂນກັນກ້າວໄປໜ້າ. ຫວັງວ່າບັນດາທ່ານເສີມຂະຫຍາຍບົດບາດເປັນແບບຢ່າງທີ່ດີໃນ 4 ດ້ານ, ຄື: ໜຶ່ງ, ນຳໜ້າສະໜັບສະໜູນທ່ານນາງແຄຣີ ລຳແຈງເຢັດໂງ, ຜູ້ວ່າການເຂດບໍລິຫານພິເສດຮົງກົງແລະອົງການປົກຄອງເຂດພິເສດຮົງກົງຊຸດໃໝ່ດຳເນີນການປົກຄອງຕາມກົດໝາຍ, ເປັນຂົວຕໍ່ລະຫວ່າງປະຊາຊົນກັບອຳນາດການປົກຄອງ, ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ, ຊຸກຍູ້ພັດທະນາເສດຖະກິດແລະປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ສອງ, ນຳໜ້າສ້າງຄວາມສາມັກຄີ, ປົກປັກຮັກສາຄວາມກົມກຽວແລະຄວາມໝັ້ນຄົງໃນສັງຄົມ, ລົບລ້າງຄວາມຂັດແຍ່ງກັນ, ເພີ່ມທະວີຄວາມປອງດອງກັນ, ສົ່ງເສີມຄວາມເປັນທຳ, ເຕົ້າໂຮມພະລັງແຮງທີ່ຕັ້ງໜ້າດ້ານການຮັກຊາດແລະຮັກຮົງກົງ. ສາມ, ນຳໜ້າເອົາໃຈໃສ່ຊາວໜຸ່ມ, ຊ່ວຍເຫຼືອແກ້ໄຂບັນຫາຕົວຈິງ, ສ້າງເງື່ອນໄຂທີ່ດີເພື່ອບຳລຸງພັດທະນາຊາວໜຸ່ມ, ສືບທອດມູນເຊື້ອຮັກຊາດແລະຮັກຮົງກົງ, ບຳລຸງສ້າງຜູ້ສືບທອດພາລະກິດ "ປະເທດດຽວ ສອງລະບອບ", ສີ່, ນຳໜ້າຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງຮົງກົງກັບແຜ່ນດິນໃຫຍ່ຈີນ, ເສີມຂະຫຍາຍທ່າແຮງຂອງກັນ, ມີຂໍ້ສະເໜີ,ປະກອບພະລັງແຮງແລະມີສະຕິຄວາມຮັບຜິດຊອບໃຫ້ຫຼາຍເພື່ອຊຸກຍູ້ການພັດທະນາພ້ອມກັນຂອງແຜ່ນດິນໃຫຍ່ຈີນແລະເຂດພິເສດຮົງກົງ.