ກອງ​ປະ​ຊຸມ​ປະ​ຈຳ​ປີ "ເຄືອ​ຂ່າຍ​ຕົວ​ເມືອງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂລກ"ຄັ້ງ​ທີ11ຈັດ​ຂຶ້ນ​ຢູ່​ຝ​ຣັ່ງ
2017-07-01 14:10:54  cri 
​ກອງ​ປະ​ຊຸມ​ປະ​ຈຳ​ປີ"ເຄືອ​ຂ່າຍ​ຕົວ​ເມືອງທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂລກ"ຄັ້ງ​ທີ11ຂອງ​ອົງ​ການ​ອຸຍ​ເນັ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເອັນ​ຈຽນ​ເລັ​ສ​ບານ​ສ​ຂອງ​ປະ​ເທດ​ຝ​ຣັ່ງໃນວັນ​ທີ30ມິ​ຖຸ​ນາຜ່ານ​ມາ, ຜູ້​ຕາງ​ໜ້າ​ຕົວ​ເມືອງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ທົ່ວ​ໂລກ​ໄດ້​ເຕົ້າ​ໂຕມ​ກັນ, ​ຈະໃຊ້​ເວ​ລາ3ມື້​ເພື່ອຮ່ວມ​ກັນ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເຮັດ​ແນວ​ໃດ​ນຳ​ໃຊ້​ຫົວ​ຄິດ​ປະ​ດິດ​ສ້າງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ຕົ​ວ​ເມືອງ.

"ເຄືອ​ຂ່າຍ​ຕົວ​ເມືອງທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂລກ"​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ2004, ເປັນ​ສະ​ຫະ​ພັນ​ເຄືອ​ຂ່າຍ​ຕົວ​ເມືອງ​ສາ​ກົນ​ທີ່​ມີ​ຈຸດ​ປະ​ສົງ​ເຊື່ອມ​ຕໍ່​ຕົວ​ເມືອງ​ຕ່າງໆ​ໃນ​ໂລກ​ທີ່​ຖື​ຫົວ​ຄິດ​ປະ​ດິດ​ສ້າງ​ແລະ​ວັດ​ທະ​ນະ​ທຳ​ເປັນ​ປັດ​ໄຈ​ຕົ້ນ​ຕໍ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ. ປັດ​ຈຸ​ບັນ, ມີ116ຕົວ​ເມືອງ​ຈາກ54ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ດັ່ງ​ກ່າວ.

ທ່ານ​ນາງອີ​ຣີ​ນາ ໂບ​ໂກວາ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການອຸຍ​ເນັ​ສ​ໂກ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ, "ເຄືອ​ຂ່າຍ​ຕົວ​ເມືອງ​​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂລກ"ໄດ້​​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຂອງ​ອົງ​ການອຸຍ​ເນັ​ສ​ໂກ, ຈັດ​ເອົາ​ວັດ​ທະ​ນະ​ທຳ, ການ​ຄົ້ນ​ຄວ້າ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ໄວ້​ໃນ​ຖາ​ນະ​ແກນ​ກາງ​ໃນ​ການ​ພັດ​ທະ​ນາ​ສັງ​ຄົມ. ຕົວ​ເມືອງ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ, ຫວັງ​ວ່າ"ເຄືອ​ຂ່າຍ​ຕົວ​ເມືອງ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໂລກ"​ຈະ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ