ທ່ານ​ສີ​ຈິ້ນ​ຜີງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບ​ຂອງ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ຮົງ​ກົງ
2017-07-01 15:34:32  cri 
ຕອນ​ບ່າຍ​ວັນ​ທີ30ມິ​ຖຸ​ນາ​ແລ້ວ​ນີ້, ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຈີນ, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ຕາງ​ໜ້າ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ຮົງ​ກົງ​, ແລະ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜີງ​ຊີ້​ອອກວ່າ, ນັບ​ແຕ່​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວ​ລາ20ປີ​​ເປັນ​ຕົ້ນມາ, ​ການ​ປະ​ຕິ​ບັດ​ທິດ​ທາງ "ປະ​ເທດ​ດຽວ ສອງ​ລະ​ບອບ"​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ຮັບ​ຮອງ​ຈາກ​ທົ່ວ​ໂລກ. ສຳ​ລັບ​ສະ​ພາບ​ການ​ໃໝ່​ແລະ​ບັນ​ຫາ​ໃໝ່​ທີ່​ເກີດ​ຂຶ້ນ​ໃນ​ພຶດ​ຕິ​ກຳ, ຕ້ອງ​ປະ​ຕິ​ບັດ​ດ້ວຍ​ທ່າ​ທີ​ຢ່າງ​ຖືກ​ຕ້ອງ, ວິ​ເຄາະ​ຢ່າງ​ມີ​ສະ​ຕິ​, ​ແລະຊອກວິ​ທີ​ເພື່ອ​ແກ້​ໄຂ​. ​ແນວ​ໃດ​ກໍ​ດີ, ລັດ​ຖະ​ບານ​​ກາງ​ຈະ​ຍຶດ​ໝັ້ນ​ທິດ​ທາງ "ປ​ະ​ເທດ​ດຽວ ສອງ​ລະ​ບອບ"ຢ່າງ​ບໍ່​ມີ​ການ​ປ່ຽນ​ແປງ​ແລະ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ.

ທ່ານ​ສີ​ຈິ້ນ​ຜີງ​ຊີ້​ແຈງວ່າ, ຖ້າ​ຢາ​ກ​ຊຸກ​ຍູ້​ຮົງ​ກົງ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ການ​ພັດ​ທະ​ນາ​ພາຍ​ໃຕ້​ເງື່ອນ​ໄຂ​ປະ​ຫວັດ​ສາດ​ໃໝ່, ຮັກ​ສາ​ຄວາມ​ກົມ​ກຽວ​ແລະ​ຄວາມ​ໝັ້ນ​ຄົງນັ້ນ, ຕ້ອງ​ການ​ພວກ​​ເຮົາ​ເກາະ​ແຂນ​ກັນ​ກ້າວ​ໄປ​ໜ້າ. ຫວັງ​ວ່າ​ບັນ​ດາ​ທ່ານ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແບບ​ຢ່າງ​ທີ່​ດີ​ໃນ 4 ດ້ານ, ຄື: ໜຶ່ງ, ນຳ​ໜ້າ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ​​ແຄ​ຣີ ລຳ​​ແຈງ​ເຢັດ​ໂງ, ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ແລະ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຮົງ​ກົງ​ຊຸດໃໝ່​ດຳ​ເນີນ​ການ​ປົກ​ຄອງ​ຕາມ​ກົດ​ໝາຍ, ເປັນ​ຂົວ​​ຕໍ່​​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ອຳ​ນາດ​ການ​ປົກ​ຄອງ, ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ, ຊຸກ​ຍູ້​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ສອງ, ນຳ​ໜ້າ​ສ້າງ​ຄວາມ​ສາ​ມັກ​ຄີ, ປົກ​ປັກຮັກ​ສາ​ຄວາມ​ກົມ​ກຽວ​ແລະ​ຄວາມ​ໝັ້ນ​ຄົງ​ໃນ​ສັງ​ຄົມ, ລົບ​ລ້າງ​ຄວາມ​ຂັດ​ແຍ່ງ​ກັນ, ເພີ່ມ​ທະ​ວີ​ຄວາມ​ປອງດອງ​ກັນ, ສົ່ງ​ເສີມ​ຄວາມ​ເປັນ​ທຳ, ເຕົ້າ​ໂຮມ​ພະ​ລັງ​ແຮງ​ທີ່​ຕັ້ງ​ໜ້າ​ດ້ານ​ການ​ຮັກ​ຊາດ​ແລະ​ຮັກ​ຮົງ​ກົງ. ສາມ, ນຳ​ໜ້າ​ເອົາ​ໃຈ​ໃສ່​ຊາວ​ໜຸ່ມ, ຊ່ວຍ​ເຫຼືອ​ແກ້​ໄຂ​ບັນ​ຫາ​ຕົວ​ຈິງ, ສ້າງ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ບຳ​ລຸງ​ພັດ​ທະ​ນາ​ຊາວ​ໜຸ່ມ, ສືບ​ທອດ​ມູນ​ເຊື້ອ​ຮັກ​​ຊາດ​ແລະ​ຮັກ​ຮົງ​ກົງ, ບຳ​ລຸງ​ສ້າງ​ຜູ້​ສືບ​ທອດ​ພາ​ລະ​ກິດ "ປະ​ເທດ​ດຽວ ສອງ​ລະ​ບອບ", ສີ່, ນຳ​ໜ້າ​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຮົງ​ກົງ​ກັບແຜ່ນ​ດິນ​ໃຫຍ່​ຈີນ, ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ກັນ, ​ມີ​ຂໍ້​ສະ​ເໜີ,ປະ​ກອບ​ພະ​ລັງ​ແຮງ​ແລະ​ມີ​ສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ໃຫ້ຫຼາຍ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ​ຂອງ​​ແຜ່ນ​ດິນ​ໃຫຍ່ຈີນ​ແລະ​ເຂດ​ພິ​ເສດ​ຮົງ​ກົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ