ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເນັ້ນໃຫ້ອາ​ເມ​ລິ​ກາ​ແລະ​ ສ.ເກົາ​ຫຼີ​ຄວນ​ແບ່ງ​ປັນ​ຄ່າ​ໃຊ້​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຄ້າ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ
2017-07-01 14:18:30  cri 
ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ທ່ານ​ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະ​ກັບທ່ານ ມູນ​ເຈອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີທີ່​ໄປ​ຢ້ຽມ​ຢາມ​ ໂດຍ​ສອງ​ຝ່າຍ​ໄດ້​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ,ການ​ຄ້າ​ແລະ​ບັນ​ຫາ​ອື່ນ​ໆ. ທ່ານ ໂດ​ນັນ ທ​ຣຳ ກ່າວ​ເນັ້ນ​ວ່າ: ອາ​ເມ​ລິ​ກາ​ແລະ​ ສ.ເກົາ​ຫຼີ ຄວນ​ແບ່ງ​ປັນ​ຄ່າ​ໃຊ້​ຈ່າຍ​ດ້ານ​ວຽກ​ງານ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ຂະ​ນະ​ທີ່ການ​ພົວ​ພັນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຄວນ​ມີ​ຄວາມ​ຍຸດ​ຕິ​ທຳ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ.

ທ່ານ ໂດ​ນັນ ທ​ຣຳ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ​ວ່າ: ປັດ​ຈຸ​ບັນ, ອາ​ເມ​ລິ​ກາ​ແລະ ສ.ເກົາ​ຫຼີ ພວມ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ກ່ຽວ​ກັບ​ການ​ຈະ​ຮັບ​ປະ​ກັນ​ສອງ​ປະ​ເທດ​ແບ່ງ​ປັນ​ຄ່າ​ໃຊ້​ຈ່າຍ​ຂອງກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ ສ.ເກົາ​ຫຼີ ແນວ​ໃດ. ທ່ານ​ກ່າວ​ເນັ້ນ​ວ່າ: ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຖື​ບັນ​ຫາ​ດັ່ງ​ກ່າວ​ເປັນ​ບັນ​ຫາ​ທີ່​ສຳ​ຄັນ​ຫຼາຍ.

ໃນດ້ານ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ທ່ານ ໂດ​ນັນ ທ​ຣຳ​ ກ່າວ​ວ່າ: ອາ​ເມ​ລິ​ກາ​ພວມ​ຮັດ​ແໜ້ນ​ການ​ຮ່ວມ​ມື​ກັບ ສ.ເກົາ​ຫຼີ​ແລະ​ປະ​ເທດ​ອື່ນໆ​ໃນ​ບັນ​ຫາ​ແຫຼມ​ເກົາ​ຫຼີ ໂດຍ​ຜ່າ​ນ​ຊ່ອ​ງ​ທາງ​ການ​ຕ່າງ​ປະ​ເທດ,ຄວາມ​ໝັ້​ນ​ຄົງ​ແລະ​ຊ່ອງ​ທາງ​ເສດ​ຖະ​ກິດ. ທ່ານ​ກ່າ​ວ​ວ່າ​ຄວາມ​ອົດ​ທົນ​ທາງ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ຕໍ່ ສ​ປ​ປ ເກົາ​ຫຼີ ໄດ້ຫາຍ​ໄປ​​ແລ້ວ,ແຕ່​ທ່ານ​ເນັ້ນ​ວ່າ​ເປົ້າ​ໝາຍ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ບັນ​ລຸ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບຂອງ​ແຫຼມ​ເກົາ​ຫຼີ.

ທ່ານ ມູນ​ເຈ​ອິນ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ: ລັດ​ຖະ​ບານ​ຂອງ​ສ.ເກົາ​ຫຼີ ແລະ ອາ​ເມ​ລິ​ກາ​ໄດ້​ຕົກ​ລົງ​ຈະ​ຖື​ການ​ຮັບ​ມື​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ​ເປັນ​ວຽກ​ງານ​ທີ່​ເປັນ​ບູ​ລິ​ມະ​ສິດ​ທີ່​ສຸດ,ຈະ​ຮັດ​ແໜ້ນ​ແລະ​ປະ​ສານ​ງານ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​​ລະ​ຫວ່າງສອງ​ປະ​ເທດ. ທ່ານ​ກ່າວ​ຕື່ມ​ວ່າ: ສອງ​ປະ​ເທດ​ຈະຂວ້ຳ​ບາດແລະ​ດຳ​ເນີນ​ການ​ສົນ​ທະ​ນາ​ຕໍ່ ສປ​ປ​ເກົາ​ຫຼີ​ ​ດ້ວຍ​ຮູບ​ແບບຮອບ​ດ້ານ​ແລະແບ່ງ​ເປັນ​ຫຼາຍ​ໄລ​ຍະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ