ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຜ່ານ​ມະ​ຕິ​ຕົກ​ລົງ​ກ່ຽວ​ກັບ​ການ​ຫຼຸ​ດ​ໄພ​ຂົ່ມ​ຂູ່​ຈາກ​ໝາກ​ມິ​ນ​ແລະ​ສິ່ງ​ລະ​ເບີດ​ອື່ນໆທີ່​ເຫຼືອ​ຈາກ​ສົງ​ຄາມ
2017-07-01 14:45:43  cri 
ວັນ​ທີ 30 ມິ​ຖຸ​ນາ​ຜ່ານ​ມາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ຕົກ​ລົງ​ສະ​ບັບ​ໜຶ່ງ ໂດຍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໄພ​ຂົ່ມ​ຂູ່​ດ້ານ​ຄວາມ​ປອດ​ໄພ​ຈາກ​​ສິ່ງ​ລະ​ເບີດ​ແລະ​ເຄື່ອງ​ຕິດ​ຕັ້ງ​ລະ​ເບີດແບບງ່າຍທີ່​ເຫຼືອຈາກ​ສົງ​ຄາມ​ເຊັ່ນ​ໝາກ​ມິນ​ເປັນ​ຕົ້ນ ໂດຍ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ປະ​ທະ​ກັນ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ​ແລະ​ປະ​ຊາ​ຄົມ​ໂລກ​ຈົ່ງ​ໃຊ້​ມາດ​ຕະ​ການ​ເພື່ອ​ຫຼຸ​ດ​ຜ່ອນ​ໄພ​ຂົ່ມ​ຂູ່​ທີ່​ມີ​ຕໍ່​ປະ​ຊາ​ຊົນ.

ມະ​ຕິ​ດັ່ງ​ກ່າວ​​ລະ​ບຸ​ວ່າ: ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໄພ​ຂົ່ມ​ຂູ່​ຈາກ​ສິ່ງ​ລະ​ເບີດ​ເຫຼົ່າ​ນີ້​ຕໍ່​ຊາວ​ອົບ​ພະ​ຍົບ​ທີ່​​​ເມືອ​ບ້ານ,ປະ​ຊາ​ຊົນ,ຜູ້ຮັກ​ສາ​ສັນ​ຕິ​ພາບ,ຜູ້​ເຮັດ​ວຽກ​ມະ​ນຸດ​ສະ​ທຳ​ແລະ​ອື່ນໆ, ແລະ​​ຮຽກ​ຮ້ອງ​ໃຫ້​ຝ່າຍ​ປະ​ທະ​ກັນ​ຂອງ​ກຸ່ມ​ປະ​ກອບ​ອາ​ວຸດ​ຈົ່ງຢຸດ​ຕິ​ການ​ກະ​ທຳ​ທີ່​ໃຊ້​ເຄື່ອງ​ຕິດ​ຕັ້ງ​ລະ​ເບີດ​ທົ່ວ​ທີບ​ໃນ​ທັນ​ທີ,ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ປະ​ຊ​າ​ຊົນ​ຖືກ​ໄພ​ຂົ່ມ​ຂູ່​ຈາກ​ເຄື່ອງ​ຕິດ​ຕັ້ງ​ລະ​ເບີດ​ດັ່ງ​ກ່າວ,ພ້ອມ​ທັງ​ສົ່ງ​ເສີມ​ໃຫ້​ປະ​ຊາ​ຄົມ​ໂລກ​ພະ​ຍາ​ຍາມ​ກຳ​ຈັດ​ເຄື່ອງ​ຕິດ​ຕັ້ງ​ເຫຼົ່າ​ນີ້,​ຈັດການ​ສຶກ​ສາ​ດ້າ​ນ​ຄວາມ​ປອດ​ໄພ​ຕໍ່ປະ​ຊາ​ຊົນ,ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ຄົນ​ພິ​ການ​ຜູ້​ຖືກ​ເຄາະ​ຮ້າຍ​​ເພື່ອຟື້ນ​ຟູ​ສຸ​ຂະ​ພາບ​ເປັນ​ປົກ​ກະ​ຕິ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສັງ​ຄົມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ