ທ່ານ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມພິ​ທີ​ສະ​ເຫຼີມສະ​ຫຼອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ
2017-07-01 14:56:08  cri 


ໂອ​ກາດວັນ​ທີ 1 ກໍ​ລະ​ກົດ​ນີ້​ຖືກ​ວັນ​ລະ​ນຶກ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ. ໃນ​ຕອນ​ເຊົ້າ​ວັນ​ດັ່ງ​ກ່າວ, ​ພິ​ທີ​​ສະ​ເຫຼີມສະ​ຫຼອງ​​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​​ຊາດຄົບ​ຮອບ 20 ປີ ແລະ ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ອົງການ​ປົກ​ຄອງ​ຊຸດ​ທີ 5 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ຮົງ​ກົງ ໂດຍທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ເຂົ້າ​ຮ່ວມ​ແລະ​ກ່າວ​ປ​າ​ໄສ.


ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ປະ​ເທດ​ດຽວ​ສອງ​ລະ​ບອບ​ແມ່ນ​ວິ​ທີ​ແກ້​ໄຂ​ທີ່​ດີ​ທີ່​ສຸດ​​ສຳ​ລັບ​ບັນ​ຫາ​ຮົງ​ກົງ​ທີ່​ຄ້າງ​ໃນ​​ປະ​ຫວັດ​ສາດ, ກໍ​ເປັນ​ການ​ຈັດ​ວາງ​ລະ​ບອບ​ທີ່​ດີ​ທີ່​ສຸດ​ໃນ​ການ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ແບບ​ຍາວ​ນານ​ຫຼັງ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດຊາດ, ຖື​ວ່າ​ມີ​ຄວາມ​ເປັນ​ໄປ​ໄດ້,ສາ​ມາດ​ປະ​ສົບສຳ​ເລັດ​ໄດ້​ແລະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ. ໃນ​ຖາ​ນະ​ເປັນ​ວຽກ​ງານ​ແບບ​ບຸກ​ທະ​ລຸ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັ​ດ​ສາດ​ໂຄງ​ການ​ໜຶ່ງ, "ປະ​ເທ​ດ​ດຽວ​ສອງ​ລະ​ບອບ"ຄວ​ນ​ໄດ້​ຮັບ​ການ​ຊອກ​ຄົ້ນ​ຢ່າງ​ບໍ່​ຢຸດ​ຢັ້ງໃນການ​ປະ​ຕິ​ບັດ​ຕົວ​ຈິງ. ທ່ານ ສີ​ຈິ້ນ​ຜິງ ໄດ້​​ສະ​ເໜີ​ຂໍ້​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ການ​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ປະ​ເທ​ດ​ດຽວ​ສອງ​ລະ​ບອບ​ຢູ່​ຮົງ​ກົງ​ເປັນ​ຢ່າງ​ດີ​ໃນ​ອະ​ນາ​ຄົດ​ຄື: ​ຕ້ອງກຳ​ການ​ພົວ​ພັນ​ລະ​ຫວ່າງ "ປະ​ເທ​ດດຽວ" ກັບ "ສອງ​ລະ​ບອບ"ຢ່າງ​ຖືກ​ຕ້ອງ​ແລະ​ສະ​ໝີ​ຕົ້ນ​ສະ​ເໝີ​ປາຍ; ຕ້ອງ​ເຮັດ​ວຽກ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍພື້ນ​ຖານ​ຢ່າງ​ສະ​ໝີ​ຕົ້ນ​ສະ​ເໝີ​ປາຍ; ຕ້ອງສຸມ​ໃສ່​ການ​ພັດ​ທະ​ນາ​ທີ່​ເປັນ​ວຽກ​ງານ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່ງ​ດັ່ງ​ກ່າວ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ​ແລະ​ຕ້ອງ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ທາງ​ສັງ​ຄົມ​ທີ່​ມີ​ຄວາມ​ກົມ​ກຽວ​ກັນ​ແລະ​ຄວາມ​ໝັ້ນ​ຄົງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ໝີ​ປາຍ.


ທ່ານ ຄາ​ຣີ ລຳ​ແຈງ​ເຢັດ ໂງ ຜູ້​ວ່າ​ການ​ບໍ​ລິ​ຫານ​ຊຸດ​ທີ 5 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ກ່າວ​​ປາ​ໄສ ໂດຍ​ໄດ້​ບັນ​ລະ​ຍາຍ​ເຖິງ​ທັດ​ສະ​ນະ​ ​​ດ້ານການ​ຄຸ້ມ​ຄອງ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຊຸດ​ໃໝ່ ແລະ​ກ່າວ​ວ່າ​ຈະ​ມີ​ຄວາມ​ຫ້າວ​ຫັນ​ກວ່າ​ເກົ່າ​ເພື່ອ​ສາ​ມາດ​​ໄດ້​ຮັບຄວາມ​ຄືບ​ໜ້າ​ຫຼາຍ​ຂຶ້ນກວ່າ​ເກົ່າ, ເພີ່ມ​ຄວາມ​ແຮງ​ດ້ວຍ​ຫຼາຍ​ຮູບ​ແບບ​ເຂົ້າ​ໃນ​ເສດ​ຖະ​ກິດ​ຂອງ​ຮົງ​ກົງ,ສ້າງ​ໂອ​ກາດ​ດ້ານ​ການປະ​ກອບ​ອາ​ຊີບທີ່​ດີ​ໃຫ້​ແກ່​​ປະ​ຊາ​ຊົນໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ,ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ອົງ​ການ​ປົກ​ຄອງ​ເຂດ​​ບໍ​ລິ​ຫານພິ​ເສດ​ດ້ວຍ​ຮູບ​ແບບ​ໃໝ່​ດ້ານ​ການ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ,ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ​ແລະ​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມກ່ຽວ​ກັບ​ການ​ບຸກ​ເບີກ​ທີ່​ດິນ,​ການ​ອະ​ນຸ​ລັກ​ສິ່ງ​ແວ​ດ​ລ້ອມ​ແລະ​ຫົວ​ຂໍ້ອື່ນໆ​ໃນ​ສັງ​ຄົມ, ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​​ຂອງ​ຕົນເພື່ອ​ສ້າງ​ຄວາມ​​ເປັນ​ເອ​ກະ​ພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ