ບໍ​ລິ​ສັດ​ການ​ບິນ​ຕາ​ເວັນ​ອອກ​ຈີນ​ເປີດ​​ເສັ້ນ​ທາງບິນ​ປັກ​ກິ່ງ-ຄຸນ​ມິງ-ຊຽງ​ໄໝ່
2017-07-02 15:27:39  cri 
ວັນ​ທີ 1 ກໍ​ລະ​ກົດນີ້, ຖ້ຽວ​ບິນMU2569ຂອງ​ບໍ​ລິ​ສັດ​ການ​ບິນ​​ຕາ​ເວັນ​ອອກ​ຈີນສາ​ຂາ​ຢຸນ​ນານ​ບັນ​ທຸກ​ຜູ້​ໂດຍ​ສານ 128 ຄົນ ບິນຈາກ​ປັກ​ກິ່ງ, ຜ່ານ​ເມືອງຄຸນ​ມິງ ​ມຸ່ງ​ໜ້​າສູ່​​ເມືອງຊຽງ​ໄໝ່​ປະ​ເທດ​ໄທ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ​ລິ​ສັດ​ດັ່ງ​ກ່າວ ​ໄດ້​ເປີດເສັ້ນ​ທາງບິນ​ປັກ​ກິ່ງ-ຄຸນ​ມິງ-ຊຽງ​ໄໝ່​ຢ່າງ​ເປັນ​ທາງ​ການ.

ຊຽງ​ໄໝ່​ແມ່ນ​ເມືອງ​ສຳ​ຄັນ​ທາງ​ພາກ​ເໜືອ​ຂອ​ງ​ໄທ, ​ດິນ​ຟ້າ​ອາກາດ​ດີ, ທິວ​ທັດ​ສວຍ​ງາມ, ທັງ​ມີຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອຸ​ດົມ​ສົມ​ບູນ ​ສາ​ມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ​ຄຽງ​ຄູ່​ກັບການ​ໄປ​ມາ​ຫາ​ສູ່​ກັນລະ​ຫວ່າງ​​ຈີນ​ແລະ​ໄທ​​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸ​ດຢັ້ງ, ຈຳ​ນວ​ນ​ຄົນ​ຈີນທີ່ໄປ​ທ່ຽວ​ຫຼື​ເຮັດ​ທຸ​ລະ​ກິດ​ຢູ່​ໄທ​ກໍເພີ່ມ​ຂຶ້ນ​ທຸກ​ປີ, ​ເມືອງ​ຊຽງ​ໄໝ່​ແມ່ນ​ແ​ຫຼ່ງ​ທ່ອງ​ທ່ຽວ​ໃໝ່​ທີ່​ມີ​ເອ​ກະ​ລັກ​ຂອງໄທນອກ​ຈາກ​ນະ​ຄອນ​ຫຼວງ​ບາງກອກ, ​ເກາະ​ສະ​ເໝີຍ ກໍ​ຄືພູ​ເກັດ, ​ແລະເລີ່ມ​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ​​ຕະ​ຫຼາດ​ທ່ອງ​ທ່ຽວ​ຂອງ​ໄທ.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ​ການ​ບິນ​ຕາ​ເວັນ​ອອກ​ຈີນ​ສາ​ຂາ​ຢຸນ​ນານ​ກ່າວ​ວ່າ, ການເປີດ​ບໍ​ລິ​ການ​ເສັ້ນ​ທາງ​ການ​ບິນ​ດັ່ງ​ກ່າວ ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດອັນ​ຕັ້ງ​ໜ້າ​ຕໍ່​ການ​ເຊື່ອມ​ຕໍ່ກັບ​ໃຈ​ກາງ​ຂອງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ​ແລະລົງ​ເລິກ​ການ​ແລກ​ປ່ຽນ​ກັບ​ປະ​ເທດ​ຢູ່​ຕາມ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ. 

ບໍ​ລິ​ສັ​ດ​ການ​ບິນ​ຕາ​ເວັນ​ອອກ​ຈີນສາ​ຂາ​ຢຸນ​ນານ​ຍັງ​ມີ​ແຜນ​ຈະ​ເປີດເສັ້ນ​ທາງ​ການ​ບິນ​ຄຸນ​ມິງ-ມາ​ນີ​ລາ​ໂດຍ​ກົງ​ພາຍ​ໃນ​ປີນີ້​ນຳ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ