ຊີ​​ຣີ​ຊີ້​ບົດ​​ລາຍ​ງານ​ຂອງ​ອົງ​ການ​ເກືອດ​ຫ້າມ​ອາວຸດເຄ​ມີບໍ່ເປັນ​ໜ້າ​ເຊື່ອ​ຖື
2017-07-02 16:47:55  cri 
ວັນ​ທີ 1 ກໍ​ລະ​ກົດ​ນີ້ ກະ​ຊວງ​ການ​ຕ່າງ​ປ​ະ​ເທ​ດຊີ​​ຣີ​ອອກ​ຖະ​ແຫຼງ​ການວ່າ,ບົດລາຍ​ງານ​ການ​ສຳ​ຫຼວດ​ເຫດ​ການໃຊ້​ອາ​ວຸດ​ເຄ​ມີ​​ຢູ່ແຂວງ​ອິ​​ເດຼັບ​ປະ​ເທດ​ຕົນ​ຂອງ​ອົງ​ການ​ເກືອດ​ຫ້າມ​ອາວຸດເຄ​ມີບໍ່​ເປັນ​ໜ້າ​ເຊື່ອ, ແລະ​ບໍ່​ເປັນ​ທີ່ຮັບເອົາ​ໄດ້.

ຖະ​ແຫຼງ​ການລະ​ບຸ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ອັນ​ທີ່​ກ່າວ​ອ້າງວ່າ "​ຫຼັກ​ຖານ" ທີ່​ໄດ້​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ຢູ່​ຕວກ​ກີ, ​ຈົນ​ຂໍ້​ສະ​ຫຼູບ​ຂອງ​ບົດ​ລາຍ​ງານ​ກໍ​ບໍ່​ສາ​ມາດສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໄດ້. ສະ​ນັ້ນ, ຊີ​ຣີ​​ຮຽກ​ຮ້ອງ​ໃຫ້​ອົງ​ການ​ເກືອດ​ຫ້າມ​ອາ​ວຸດ​ເຄ​ມີ​​ຈົ່ງ​ອອກບົດ​ລາຍ​ງານ​ທີ່​ໂປ່ງໃສ​ແລະ​ໜ້າ​ເຊື່ອ​, ແຕ່​ບໍ່​ຄວນ​ອ່ອນ​ຍອມ​ຕໍ່​ການຂົ່​ມ​ຂູ່​ຈາກ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

ຖະ​ແຫຼງ​ການ​ກ່າວ​ເນັ້ນວ່າ, ປັດ​ຈຸ​ບັນ​ຊີ​ຮີ​ບໍ່​ມີ​ອາ​ວຸດ​ເຄ​ມີ​​ແຕ່​ຢ່າງ​ໃດ, ​ແລະກໍ​ກ່າວ​ປະ​ນາມ​ການ​ກະ​ທຳ​​ທີ່​ໃຊ້​ອາ​ວຸ​ດ​ເຄ​ມີຕໍ່​ຝ່າຍ​ໃດໆ ເຊິ່ງ​ບໍ່​ວ່າ​ຢູ່​​ໃສ​ແລະ​​ໃນ​ສະ​ພາບ​ການ​ໃດໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ