17​ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ເຫດ​ການ​ຍິງ​ກັນ​ທີ່​ເກີດ​ຂຶ້ນ​ຢູ່​ຮ້ານ​ລາ​ຕີບັນ​ເທີງ​ແຫ່ງ​ໜຶ່ງ​ ​ພາ​ກ​ໃຕ້​ອາ​ເມລິກາ
2017-07-02 17:06:59  cri 

ຕອນ​ຂ້ອນ​ແຈ້ງວັນ​ທີ 1 ກໍ​ລະ​ກົດ​ນີ້ ຢູ່​ຮ້ານ​ລາ​ຕີບັນ​ເທີງ​ແຫ່ງ​ໜຶ່ງໃນ​ໃຈ​ກາງ​ເມືອງລິ​ໂ​ຕ​ຣອກ​ລັດ​ອາ​ເຄີນ​ຊັ​ສ ທາງ​ພາກ​ໃຕ້​ອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​ການ​ໃຊ້​ອາ​ວຸດ​ປືນ​ກໍ່​ຄວາມ​ຮຸນ​ແຮງ, ຢ່າງ​ໜ້ອຍ​ເຮັດ​ໃຫ້​ມີ 17 ຄົນ​ໄດ້​ຮັບ​ບາດ​ເຈັບ, ໃນ​ນັ້ນ​ມີ​​ໜຶ່ງຄົນ​ບ​າດ​ເຈັບ​ສາ​ຫັດ.

ຫຼັງ​ເກີດ​ເຫດ​, ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ທ້ອ​ງຖິ່ນ​ໄດ້​ຖະ​ແຫຼງ​ຢູ່​ເທີງ​ເວັບ​ໄຊວ່າ, ເຫດ​ການ​ຍິງ​ກັນ​ດັ່ງ​ກ່າວ​ບໍ່​ແມ່ນ​ການ​ຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ, ​ມື​ປືນ​ບໍ່​ໄດ້​ຕັ້ງ​ໃຈ​ຍິງ​ປືນ​ໃສ່​​ກຸ່ມ​ຄົນ​ອ້ອມ​ຂ້າງ, ​ແລະ​ເຫດ​ການ​ໄດ້​ເກີດ​ຂຶ້ນ​ຫຼັງໂຕ້​ຖຽງ​ກັນ. ກ່ອນ​ໜ້ານັ້ນ, ໃນ​ຮ້ານ​ລາ​ຕີ​ດັ່ງ​ກ່າວ​ມີ​ວົງ​ດົນ​ຕີ​ກຳ​ລັງ​ເສບ​ດົນ​ຕີ​ຢູ່. ​ແຕ່​ທັນ​ໃດ​ນັ້ນ​ໄດ້​ມີ​ສຽງ​ປືນ​ດັງ​ຂຶ້ນ ເຊິ່ງພາຍ​ໃນ 11 ວິ​ນາ​ທີ ​ໄດ້​ຍິນສຽງ​​ປືນຢ່າງ​ໜ້ອຍ 24 ​ນັດ. ຜູ້​ໄດ້​ຮັບ​ບາດ​ເຈັບ 17 ຄົນ​ນັ້ນ​ມີ​ອາ​ຍຸ​ຢູ່​ລະ​ຫວ່າງ 16-20 ປີ. ນອກ​ຈາກ​ໜຶ່ງ​ຄົນ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ​ແລ້ວ, ສ່ວນຜູ້​ຄົນ​ອື່ນໆ​​ລ້ວນ​ແຕ່​ໄດ້​ຮັບ​ບາດ​ເຈັບ​ເລັກ​ໜ້ອຍ​ຂະ​ນະ​​ທີ່​ແລ່ນໜີ​ອອກ​ຈາກ​​ຮ້ານ​ລາ​ຕີ. ປັດ​ຈຸ​ບັນ ຜູ້​ໄດ້​ຮັບ​ບາດ​ເຈັບ​ລ້ວນ​ແຕ່​ຖືກ​ສົ່ງ​ໄປ​ບິ່ນ​ບົວ​ຢູ່​ໂຮງ​ໝໍ, ​​ແລະອາ​ການ​ເຈັບ​ໄດ້​ຢູ່​ໃນ​ສະ​ພາບ​ຊົງ​ຕົວ.

ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ຢືນ​ຢັນ​ວ່າ, ໃນ​ເວ​ລາ​ເກີດ​​ເຫດ, ອາດ​ຈະ​ມີ​ຫຼາຍ​ຄົນ​ໄດ້​ຍິງ​ປືນ​ໃສ່​ກັນ, ແຕ່​ບໍ່​ໄດ້​ຢືນ​ຢັນ​ວ່າ​ມີ​ຜູ້​ໃດ​ຖືກ​ຈັບ, ປັດ​ຈຸ​ບັນ ສ​ະ​ຖານ​ທີ່​ເກີດ​ເຫດກໍຖືກ​​ຫ້າມ​ເຂົ້າ​ອອກແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ