ທ່ານ​ນາງ​ແຄຣີ​ແລມ​ແຈງເຢັດ​​ງໍສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຜູ້​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຈີນ
2017-07-02 16:53:44  cri 
ຕອນ​ເຊົ້າ​ວັນ​ທີ 1 ກໍ​ລະ​ກົດ​ນີ້, ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ໂຮງ​ກົງ​ກັບ​ຄື​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ​ແລະ​ພິ​ທີ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຂອງ​ສະ​ມາ​ຊິກ​ອົງ​ການ​ປົກ​ຄອງ​ຊຸດ​ທີ 5 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ຮົງ​ກົງ. ທ່ານ​ນາງ​ແຄ​ຣິ​ແລມ​ແຈງ​ເຢັດ​ງໍ​ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ຊຸ​ດ​ທີ 5, ​ແລະກໍ​ແມ່ນ​ຜູ້​ວ່າ​ການ​​ເພດ​ຍິງ​ຜູ້​ທຳ​ອິດ​ຂອງ​ເຂດ​ພິ​ເສດ​ຮົງ​ກົງ.

ທ່ານ​ນາງ​ແຄຣີ​ແລມ​ແຈງເຢັດ​​ງໍກ່າວ​ວ່າ, ​ນຳ​ນາດ​ການ​ປົກ​ຄອງ​ເຂດ​ພິ​ເສດ​ຊຸດ​ນີ້​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຫ້າວ​ຫັນ​ເພື່ອ​ບຸກ​ບຶນ​ກ້າວ​ໜ້າ, ​ຕັ້ງຕົວ​ໃນ​ຖາ​ນະ​ເປັນ "ຜູ້​ຊຸ​ກ​ຍູ້" ແລະ "ຜູ້​ເຜີຍ​ແຜ່", ປັບ​ປຸງ​ແລະ​ຍົກ​ສູງ​ຂະ​ແໜງ​ການ​ດັ້ງ​ເດີມ​ທີ່ມີ​ທ່າ​ແຮງ​​ຂ​ອງ​ຮົງ​ກົງ, ທັງ​ສຸມ​ໃສ່​ຊຸກ​ຍູ້​ພັດ​ທະ​ນາ​ການ​ປະ​ດິດ​ສ້າງ​ໃໝ່​ແລະ​ຂະ​ແໜງ​ການວິ​ທະ​ຍາ​ສາດ​ເຕັກ​ນິກ​-ນະ​ວັດ​ຕະ​ກຳ, ເພີ່ມ​ພະ​ລັງ​ແຮງ​ຕ່າງໆ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຂະ​ນະ​ທີ່ເສດ​ຖະ​ກິດ​ເຕີບ​ໂຕ​ຈະ​ເປັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທີ່​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຂອງ​ຊາວ​ເມືອງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຂະ​ນະ​ດຽວ​ກັນ​ກໍ​ພະ​ຍາ​ຍາມ​ສ້າງໂອ​ກາດ​ເຮັດ​ວຽກ​ງານ​ທຳ​ທີ່​ດີ​ໃຫ້​ແກ່​ຊາວ​ຮົງ​ກົງ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ. ນອກ​ນີ້, ອຳ​ນາດ​ການ​ປົກ​ຄອງ​ຊຸດ​ນີ້​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນແລະ​ແລກ​ປ່ຽນ​ກັບ​ສະ​ມາ​ຊິກ​ອົງ​ການ​ນິ​ຕິ​ບັນ​ຍັດ​ແລະ​ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມ​ກ່ຽວ​ກັບ​ຫົວ​ຂໍ້​ສັງ​ຄົມ​ຕ່າງໆ, ເພື່ອ​ສ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ