ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງທີ 41 ຈັດ​ຂຶ້ນຢູ່​ໂປ​ໂລ​ຍ
2017-07-03 15:42:31  cri 

ກອງ​ປະຊຸມ​ຄະນະ​ກຳມະການມໍລະດົກ​ໂລກ ອົງການ​ການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ ຫຼື ອຸຍເນັສ​ໂກ ຄັ້ງທີ 41 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຄຣາ​ໂຄ ປະ​ເທດ​ໂປ​ໂລ​ຍ ​ໃນ​ຕອນ​ຄ່ຳ​ວັນ​ທີ 2 ກໍລະກົດ​ນີ້.

ກອງ​ປະຊຸມດັ່ງກ່າວ​ຍົກ​ໃຫ້​ເຫັນ​ວ່າ: ປີ​ນີ້​ມີ 34 ​ໂຄງການ​ໄດ້​ສະ​ເໜີ​​ເຂົ້າເປັນ​ມໍລະດົກ​ໂລກ, ​ໃນ​ນີ້ມີ​ 7 ໂຄງການມໍລະດົກ​​ທຳມະ​ຊາດ, 26 ​ໂຄງການ​ມໍລະດົກ​ວັດທະນະທຳ ​ແລະ 1 ​ໂຄງການ​ທັງ​ທຳ​ມະ​ຊາດ​ແລະ​ວັດທະນະທຳ. ຂະນະ​ທີ່ ສປ ຈີນ​ຈະສະ​ເໜີ ​ເຂີ​ເຂີ​ຊີ​ລີ ​ຢູ່ແຂວງ​ຊິງ​ໄຫ ​ແລະ ​ເກາະ​ກູ​ລ້າງ ​ແຂວງ​ຝູຈ້ຽນ ​ເຂົ້າ​ເປັນ​ມໍລ​ະດົກ​​ທຳ​ມະ​ຊາດໂລກ ​ແລະ ມໍລະດົກ​ວັດທະນະທຳໂລກ​.

ກອງ​ປະຊຸມ​ດັ່ງກ່າວ​ຈະ​ດຳ​ເນີນ​ເປັນ​ເວລາ 11 ວັນ ​ໂດຍ​ມີຜູ້​ແທນ​ 3.000 ຄົນຈາກ 137 ປະ​ເທດ​ເຂົ້າຮ່ວມ. ປັດຈຸບັນ, ​​ທົ່ວ​ໂລກ​ມີ​ມໍລະດົກ​ໂລກ 1.052 ​ແຫ່ງ, ​ໃນ​ນີ້ມໍລະດົກ​ວັດທະນະທຳ 814 ​ແຫ່ງ, ມໍລະດົກ​ທຳ​ມະ​ຊາດ 203 ​ແຫ່ງ ​ແລະ ມໍລະດົກ​ທັງ​ທຳ​ມະ​ຊາດ​ແລະ​ວັດທະນະທຳ 35 ​ແຫ່ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ