ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດບ​ຣິກ​ສ໌: 2/3 ໂຄງ​ການ​ໃນ 5 ປີ​ຕໍ່​ໜ້າ​ຈະ​ສຸມ​ໃສ່​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ
2017-07-03 11:18:57  cri 
ຕອນ​ຄ່ຳ​ວັນ​ທີ 2 ກໍ​ລະ​ກົດ​ນີ້​, ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ຂອງ​ປະ​ເທດບ​ຣິກ​ສ໌​ໄດ້​ເປີດ​ເຜີຍ​ຍຸດ​ທະ​ສາ​ດ​ ​ 5 ປີ​ຕໍ່​ໜ້າ ໂດຍເນັ້ນຈະ​ສຸມ​ໃສ່ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເຊິ່ງຄາດ​ວ່າ​ໂຄງ​ການ​ເງິນ​ກູ້ 2 ສ່ວນ 3 ຈະ​ໃຊ້​ເຂົ້າ​ໃນກາ​ນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ.

ຕາມ​ຍຸດ​ທະ​ສາດ​ດັ່ງ​ກ່າວ,ວຽກ​ຈຸດ​ໜັກ​ຂອງ​ທະ​ນາ​ຄານຈະເນັ້ນການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ໂດຍ​ສະ​ເພາະ​ແມ່ນ​ພະ​ລັງ​ງານ​ສະ​ອາດ,ຊົນ​ລະ​ປະ​ທານ​ແລະ​ແຫຼ່ງ​ນ້ຳ​ສະ​ອາດ​ເປັນ​ຕົ້ນ. ​ການກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຍືນ​ຍົ​ງ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່ທັງ​ປະ​ເທດບ​ຣິກ​ສ໌​ແລະ​ກຸ່ມ​ເສດ​ຖະ​ກິດ​​ທີ່​ພັດ​ທະ​ນາ​ໃໝ່ ແລະຜ່ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຈະສາ​ມາ​ດ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ,ສ້າງວຽກ​ເຮັດ​ງານ​ທຳ,ການ​ເຕີບ​ໂຕ​ແບບກວມ​ລວມ​ຈະ​ຊ່ວຍ​ຍົກ​ລະ​ດັບ​ຄວາມ​ດຸ່ນ​ດ່ຽງ​ຂອງ​ເສດ​ຖະ​ກິດ​ໄດ້​ເປັນ​ຢ່າງ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ