6 ຍີ່​ຫໍ້​ໂທ​ລະ​ສັບ​ມື​ຖື​ຈີນ​ຕິດ​ໃນ 10 ອັນ​ດັບ​ນຳ​ໜ້າ​ມື​ຖື​ສະ​ມາດ​ໂຟນ​ຂອງ​ໂລກ
2017-07-03 11:19:54  cri 
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ມາ​ນີ້, ອົງ​ການ​ສຳ​ຫຼວດ​ຄົ້ນ​ຄວ້າ​ຕະ​ຫຼາດ​ທີ່​ມີ​ອິດ​ທິ​ພົນ​ຫຼື IDC ໄດ້​ເປີດ​ເຜີຍ​ປະ​ລິ​ມານ​ການ​ຈຳ​ໜ່າຍ​ມື​ຖື​ສະ​ມາດ​ໂຟນ​ຢູ່​ໃນ​ຕະ​ຫຼາດ​ຈີນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ວ່າ: ອັດ​ຕາ​ສ່ວນ​ມື​ຖືຍີ່​ຫໍ້​ຮ​ວາ​ເຫວີຍ​ທີ່​ຈີນ​ຜະ​ລິດ​ກວມ​ເອົາ 20%, OPPO 18,2% ແລະ vivo​ 14,1% ເຊິ່ງ​ຢືນຢູ່ 3 ອັນ​ດັບ​ນຳໜ້າ;ສ່ວນ​ມື​ຖື​ຍີ່​ຫໍ້ Apple ກວມ 9,2%​ ຢູ່ອັນ​ດັບ​ທີ 4.

​​ມື​ຖື​ສະ​ມາດ​ໂຟນ 5 ຍີ່​ຫໍ້​ທີ່​ມີ​ປະ​ລິ​ມານ​ການ​ຈຳ​ໜ່າຍຫຼາຍ​ຢູ່​ຕະ​ຫຼາດ​ຂອງ​ໂລກ​ນັ້ນ, ຍີ່​ຫໍ້ຮ​ວາ​ເຫວີຍ OPPO ແລະ vivo​​ ​ຢູ່​ອັນ​ດັບ​ທີ 3, 4 ແລະ 5 ຕາມ​ລຳ​ດັບ ຖັດ​ຈາກ​ຍີ່​ຫໍ້​ຊຳຊຸງ​ແລະ Apple . ​ຂະ​ນະ​ທີ່ໃນ​ວິ​ສາ​ຫະ​ກິດ 10 ແຫ່ງນຳ​ໜ້າ​ທີ່ກວມ​ອັດ​ຕາ​ສ່ວນ​ຕະ​ຫຼາດ​ມື​ຖື​ສະ​ມາດ​ໂຟນ​ຂອງ​ໂລກ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້​ໄດ້​ກວມ​ເອົາ​ວິ​ສາ​ຫະ​ກິດ 6 ຍີ່​ຫໍ້​ທີ່​ຈີນ​ຜະ​ລິດ. ສ່ວນ 5 ປີ​ກ່ອນ​ໜ້າ​ນີ້, ​ຍີ່​ຫໍ້​ຈາກ​ຈີນ​ບໍ່​ຕິດ​ຢູ່​ໃນ 5 ອັນ​ດັບ​ຄື​ດັ່ງ​ກ່າວ.

5 ປີ​ຜ່ານ​ມາ,ມື​ຖື​ຈີນ​ບໍ່​ພ​ຽງ​ແຕ່​ໄດ້​ຮັບ​ຄວາ​ມ​ນິ​ຍົມ​ຊົມ​ຊອບ​ຈາກ​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ,ແຕ່​ໄດ້ຂະ​ຫຍາຍ​ໄປ​ທົ່ວ​ໂລກ​ຢ່າງກວ້າ​ງ​ຂວາງກວ່າ​ເກົ່າ ແລະໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນຈາກ​ຕະ​ຫຼາດ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ