ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ​ເລີ່ມ​ຢ້ຽມ​ຢາມ​ຣັດ​ເຊຍ​ແລະ​ເຢຍ​ລະ​ມັນ​ທາງ​ລັດ​ຖະ​ກິດ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 12 ຂອງ​ຜູ້​ນຳ​ກຸ່ມ 20 ປະ​ເທດ
2017-07-03 14:33:09  cri 
 ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານວຼາດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​, ທ່ານ​ແຟ​ຣງ ວອນ​ເຕີ ສ​ະເຕັນ​ເມເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ແລະ​ທ່ານ​ນາງ​ອັນ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ​ດ້ວຍ​ຍົນ​ພິ​ເສດ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ກໍ​ລະ​ກົດ​ນີ້​, ເພື່ອ​ຢ້ຽມ​ຢາມ​ສອງ​ປະ​ເທດ​ດັ່ງ​ກ່າວ​ທາງ​ລັດ​ຖະ​ກິດ. ແລະໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ເຢຍ​ລະ​ມັນ, ທ່ານ​ສີ​ຈິ້ນ​ຜີງ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 12 ຂອງ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ຫຼື G20 ຢູ່​ເມືອງ​ແຮມ​ເບີ​ເກີ​ປະ​ເທດ​ເຢຍ​ລະ​ມັນ​​ໃນ​ວັນ​ທີ 7 ຫາ​ວັນ​ທີ 8 ເດືອນ​​ກໍ​ລະ​ກົດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ