ກາ​ຕາ​ປະ​ຕິ​ເສດ​ຮັບ​​ຄຳ​ສະ​ເໜີ 13 ຂໍ້​ຂອງ​ອາ​ຣັບ​ບີ​​ຊາ​ອຸ​ດິດ​ແລະ​ອື່ນໆ
2017-07-03 16:14:08  cri 
ຂ່າວ​ສານ​ກາ​ຕາ​ລາຍ​ງານ​ໃນ​ວັນ​ທີ 2 ກໍ​ລະ​ກົດ​ນີ້​ວ່າ, ທ່ານ​ໂມ​ຮຳ​ເມັດ ບິນ ອັບ​ດຸນ​ຣາມັນ ອັນ​ຊະ​ນີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກາ​ຕ​າ​ກ່າວ​ໃນ​ໂອ​ກາດ​ຢ້ຽມ​ຢາ​ມປະ​ເທດ​ອີ​ຕາ​ລີ​​ໃນ​ວັນ​ທີ 1 ກໍ​ລະ​ກົດນີ້​ວ່າ, ກາ​ຕາ​ປະ​ຕິ​ເສດ​ຮັບ​ຄຳ​ສະ​ເໜີ​ຂອງ​ອາ​ຣັບ​ບີ​ຊາ​ອູ​ດິດ​ແລະ​ປະ​ເທດ​ອື່ນໆ​ທີ່​ຕັດ​ສາຍ​ພົວ​ພັນ​ກັບ​ປະ​ເທດ​ຕົນ.

ທ່ານ​ໂມ​ຮຳ​ເມັດກ່າວ​ວ່າ, ​ຄຳ​ສະ​ເໜີ​ຂອງ​ປະ​ເທດ​ເຫຼົ່າ​ນີ້​​ເປັນ​ການ​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ​ເຊິ່ງເປົ້າ​ໝາຍ​​ບໍ່​ແມ່ນ​ເພື່ອ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ, ແຕ່ຫາກ​ແມ່ນ​ການ "ທຳ​ລາຍ​ສິດ​ອະ​ທິ​ປະ​ໄຕ​" ຂອງ​ກາ​ຕາ, ​ແລະ​ຈາກ​ນີ້ປະ​ເທດ​ຕົນ​ຈຶ່ງ​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ດັ່ງ​ກ່າວ. ​ແນວ​ໃດ​ກໍ​ດີ, ກາ​ຕາ​ຍິນ​ດີ​​ເຈ​ລະ​ຈາ​ກັບ​ປະ​ເທດ​ເຫຼົ່າ​ນີ້​ຕາມ​ຫຼັກ​ໝັ້ນ​ແລະ​ເງື່ອນ​ໄຂ​ທີ່​ເໝາະ​ສົມ.

​ຕໍ່​ກໍ​ລະ​ນີ​ທີ່​ອາ​ຣັບ​ບີ​ຊາ​ອູ​ດິດ​ເປີດ​ເຜີຍ​ໂດຍ​ອາດ​ຈະ​ໂຈມ​ຕີ​ທາງ​ທະ​ຫານ​ນັ້ນ, ທ່ານ​ໂມ​ຮຳ​ເມັດ​ກ່າວ​ວ່າ, ການ​ກະ​ທຳ​ແບບ​ນີ້​ບໍ່​ສາ​ມາດ​ຮັບ​ເອົາ​ໄດ້, ແຕ່​ກາ​ຕາ​ກໍ​ບໍ່​ຢ້ານ​ກົວ​ແຕ່​ປະ​ການ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ