ອາ​ເມ​ລິ​ກາທ້າ​ທາຍ​ຈີນ​ທັງ​ທາງ​ການ​ເມືອງ​ແລະ​ການ​ທະ​ຫານຢ່າງ​ເປີດ​ແປນ
2017-07-03 10:04:33  cri 
ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 2 ກໍ​ລະ​ກົດ​ນີ້, ທ່ານ​ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ນັກ​ຂ່າວ​ກ່ຽວ​ກັບ​ກຳ​ປັ່ນ​ຕ້ານ​ຂີ​ປະ​ນາ​ວຸດ​ "ສ​ເຕີ​ເຊີມ" ຂອງ​ອາ​ເມ​ລິ​ກາທີ່​ເດີນ​ທາງ​ເຂົ້າ​ນ່ານ​ທະ​ເລ​ໝູ່​ເກາະ​ຊີ່​ຊ່າ​ຈີນ​ວ່າ, ​ເປັນ​ເລື່ອງ​ບັງ​ອາດ​ທີ່ກຳ​ປັ່ນ​ຮົບຕ້ານ​ຂີ​ປະ​ນາ​ວຸດ​ "ສ​ເຕີ​ເຊີມ" ​ຂອງອາ​ເມ​ລິ​ກາ​ໄດ້​ເດີນ​ທາງ​ເຂົ້າ​ນ່ານ​ທະ​ເລ​ໝູ່​ເກາະ​ຊີ່​ຊ່າ​​ໃນ​ວັນ​ທີ 2 ກໍ​ລະ​ກົດ ເຊິ່ງຈີນ​​ກໍໄດ້​​ຕອບ​ໂຕ້​ດ້ວຍ​ການສົ່ງ​ກຳ​ປັ່ນ​ຮົບ​ແລະ​ຍົນ​ຮົບ​ເພື່ອເຕືອນ​ກຳ​ປັ່ນ​ຮົບຂອງ​ອາ​ເມ​ລິ​ກາ​ ທັງ​ໄດ້​ຂັບ​ໄລ່​ໃຫ້​ອອກ​ຈາກ​ນ່ານ​ທະ​ເລ​ຈີນ. ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ​ຄື​ດັ່ງ​ກ່າວ​ເປັນ​ການ​​ລະ​ເມີດ​ກົດ​ໝາຍ​ຈີນ​ແລະ​ກົດ​ໝາຍ​ສາ​ກົນ ທັງ​ເປັນ​ການລ່ວງ​​ລະ​ເມີດອະ​ທິ​ປະ​ໄຕ​ຂອງ​ຈີນ​ຢ່າງ​ເປີດ​ແປນ ແລະ​ເປັນ​ການ​ທ້າ​ທາຍ​ທັງ​ທາງ​ການ​ເມືອງ​ແລະ​ການ​ທະ​ຫານ​ທີ່​ໜັກ​ໜ່ວງ. ​ການ​ກະ​ທຳ​ຢ່າງ​ບັງ​ອາດ​ດັ່ງ​ກ່າວ​ໄດ້​ສ້າງ​ຄວາມ​ບໍ່​ພໍ​ໃຈ​​ໃຫ້​ແກ່​ຈີນແລະຈີນ​ກໍ​ເດັດ​ດ່ຽວ​ຄັດ​ຄ້ານ​​ຕໍ່​ການ​ທ້າ​ທາຍ​ດັ່ງ​ກ່າວ.

ທ່ານ​ລູ້​ຄ່າງ​ກ່າວ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ຕັ້ງ​ໃຈຫາເລື່ອງ​​ຢູ່​ທະ​ເລ​ຈີນ​ໃຕ້ ເຊິ່ງ​ເປັນ​ການ​ຝືນ​ຕໍ່ຄວາມ​ປາ​ຖະ​ໜາໃຫ້​ມີ​ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ກັບ​ປະ​ເທດ​ໃນ​ພາກ​ພື້ນ. ຈາກ​ນີ້ ຈີນຈິ່ງ​ເລັ່ງ​ທວງ​ໃຫ້​ອາ​ເມ​ລິ​ກາ​ຢຸດ​​ການ​ກະ​ທຳ​ທ້າ​ທາຍ​ໃນ​ລັກ​ສະ​ນະ​ນີ້​ທີ່ເປັນ​ການ​ລ່ວງ​ລະ​ເມີດອະ​ທິ​ປະ​ໄຕ​ແລະ​ເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ຈີນ​ຢ່າງ​ຈະ​ແຈ້ງ ແລະ​ຈີນ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ທຸກ​ຢ່າງ ເພື່ອ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ