ໃຊ້​ນິ້ວ​ມື​ແຕ້ມ​ຮູບ​ພູ​​ຈ່າງ​ເຈ່ຍ​ແຈ້
2017-07-03 15:43:17  cri 

ທ່ານຫຼີ​ລີ້​ເຟິງ​ ​ນັກ​ແຕ້ມ​ຈາກ​ຄຸ້ມ​ອູຫຼິນຢວນ​ເມືອງ​ຈ່າງ​ເຈ່ຍ​ແຈ້​ແຂວງ​ຫູ​ໜານ​ປະ​ເທດ​ຈີນໄດ້​ເອົາ​ສິ​ລະ​ປະ​ແຕ້ມ​ຮູບ​ດ້ວຍ​ນິ້ວ​ມື​ປະ​ສານ​ສົມ​ທົບ​ກັບ​ພູມ​ສັນ​ຖານ​​ຄວາມ​ເປັນອ​ກະ​ລັກ​ພິ​ເສດ​ຂອງ​ພູ​ຈ່າງ​ເຈ່ຍ​ແຈ້ ດ້ວຍ​ການ​ສ້າງ "ສີ​ມື​ແຕ້ມ​ຮູບ​ຈ່າງ​ເຈ່ຍ​ແຈ້​ດ້ວຍ​ນິ້ວ​ມື" ແລະ​ສ້າງ​ຕັ້ງ​ຫ້ອງ​ການ​ແຕ້ມ​ຮູບ​ດັ່ງ​ກ່າວ​ຂຶ້ນ ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ່​ນັກ​ແຕ້ມ​ສະ​ໝັກ​ຫຼິ້ນ​​ຢູ່ທ້ອງ​ຖິ່ນ​​ໄດ້ແຕ້ມ​ຮູບ​ຈ່າງ​ເຈ່ຍ​ແຈ້​ຮ່ວມ​ກັນ ເພື່ອ​ເຜີຍ​ແຜ່​ທິວ​ທັດ​ທຳ​ມະ​ຊາດ​ຈ່າງ​ເຈ່ຍ​ແຈ້​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​​ໃຫ້​ໂດ່ງ​ດັງໄປ​ທົ່ວ​ໂລກ. ການ​ແຕ້ມ​ຮູບ​ດັ່ງ​ກ່າວ​ພຽງ​ແຕ່​ເອົາ​ນິ້ວ​ມື​ ທັງ​ໃຊ້​ຝາ​ມື​ແລະຫຼັງມື ເພື່ອ​ແຕ້ມ​ຮູບ​​ພູ​​ແລະ​ແມ່​ນ້ຳ​​ທີ່​ມີ​ເອ​ກະ​ລັກ​ພິ​ເສດໃນ​ແບບ​ສະ​ບັບ​ຂອງ​ຈີນ

 


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ