ເມືອງ​ໂອ​ໂດ​ສເປີດ "​ໂຄງ​ການ​ຮູບ​ເງົາ​ຊາວ​ໜຸ່ມ​ຕ່າງ​ປະ​ເທດ​ເບິ່ງ​ເມືອງ​ຈີນ2017"ຢູ່​ເຂດ​ມົງ​ໂກ​ໃນ
2017-07-04 10:50:10  cri 

ພິ​ທີ​ເປີດ "​ໂຄງ​ການ​ຮູບ​ເງົາ​ຊາວ​ໜຸ່ມ​ຕ່າງ​ປະ​ເທດ​ເບິ່ງ​ເມືອງ​ຈີນ2017" ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກໍ​ລະ​ກົດ​ນີ້​ຢູ່​ເມືອງ​ໂອ​ໂດ​ສ​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ສ​ປ ຈີນ​ໂດຍ​ຜູ້​ຕາງ​ໜ້າ​ຈາກ​ຄະ​ນະ​ໂຄ​ສະ​ນາ​ຄະ​ນະ​ພັກ​ເມືອງດັ່ງ​ກ່າວ​ພ້ອມ​ດ້ວຍສະ​ຖາ​ບັນ​ຄົ້ນ​ຄວ້າ​ການເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ, ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ແລະ​ນັກ​ວິ​ຊາ​ການ​ຮູບ​ເງົາ​ຊາວ​ໜຸ່ມຈາກ 5 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ເຂົ້າ​ຮ່ວມ. ​ນີ້ແມ່ນ​​ໂຄງ​ການ​ຮ່ວ​ມ​ມື​ລະ​ຫວ່າງສະ​ຖາ​ບັນ​ຄົ້​ນ​ຄວ້າ​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ຈີນ​ສາ​ກົນ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ແລະ​ສູນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ເຊິ່ງ​ໄດ້ສ້າງ​ຕັ້ງ​ໜ່ວຍ​ວິ​ຊາ​ການ​ເປັນ​ເທື່ອ​ທຳ​ອິດ​ແລະ​ໄດ້​ເຊີນ​ນັກ​ວິ​ຊາ​ການ​ຮູບ​ເງົາ​ຈາກ​ກຳ​ປູ​ເຈຍ, ລາວ, ມຽນ​ມາ,ມາ​ເລ​ເຊຍ​ແລະ​ໄທ​ຖ່າຍ​ວິ​ຖີ​ຊີ​ວິດ​ຂອງນາ​ຍ​ຊ່າງ,ການສືບ​ທອດ​ແລະ​ການປະ​ດິດ​ສ້າງເປັນ​ເວ​ລາ 10 ວັນ​ຢູ່​ເມືອງ​ໂອ​ໂດ​ສ ແລະ​ໃນ​ທີ່​ສຸດ​​ກໍ​ສາ​ມາດຜະ​ລິດ​ຟີມ​ສາ​ລະ​ຄະ​ດີ​ວັດ​ທະ​ນະ​ທຳ​ເລື່ອງ​ສັ້ນ​ກ່ຽວ​ກັບ​ໂອ​ໂດ​ສ 5 ເລື່ອງ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ການ​ສືບ​ທອດ​ແລະ​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຈີນ​ຈາກ​ແງ່​ມຸມ​ທີ່​ແຕກ​ຕ່າງ​ກັນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ