ຊາວໜຸ່ມ​ແລະປະຊາ​ຄົມ​ໂລກ​​ຄວນໃສ່ໃຈ​​ອະນຸລັກ​ມໍລະດົກ​​ໂລກ
2017-07-04 16:40:21  cri 

​ເວທີ​ປຶກສາ​ຫາລືຊາວ​ໜຸ່ມ​ກອງ​ປະຊຸມ​ຄະນະ​ກຳມະການ​ມໍລະດົກ​ໂລກ ອົງການ​ອຸຍ​ເນັ​ສ​ໂກສະ​ຫະປະຊາ​ຊາດ​ຄັ້ງທີ 41 ​ໄດ້​ອອກ​ຖະ​ແຫຼງການຢູ່​ເມືອງ​ຄຣາ​ໂຄ ປະ​ເທດ​ໂປ​ໂລ​ຍ​ໃນວັນ​ທີ 3 ກໍລະກົດ​ນີ້ ​ໂດຍຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ປະຕິສັງຂອນ ​ແລະ ອະນຸລັກມໍລະດົກ​ວັດທະນະທຳ​ແລະ​ທຳ​ມະ​ຊາດ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ ​ແລະ ປູກຈິດ​ສຳນຶກ​​ໃນການ​ອະນຸລັກ​ຂອງທຸກ​ຄົນ. ຂະນະ​ດຽວ​ກັນ ກໍ​ຮຽກຮ້ອງ​ໃຫ້​ຊາວ​ໜຸ່ມຈົ່ງ​ມີ​ສ່ວນ​ຮ່ວມ​ໃນ​ການ​ປະຕິສັງຂອນ​ວັດຖຸບູຮານດ້ວຍ​ຄວາມ​ຮັບຜິດຊອບ​ສູງ.

ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ ​ເຫັນ​ວ່າ, ສິ່ງ​ສຳ​ຄັນ​ໃນ​ການ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ສັງຄົມ​ກໍ​ຄື ການປະຕິສັງຂອນ​ແລະຟື້ນ​ຟູ​ມໍລະດົກປະຫວັດສາດ, ສະໜັບສະໜູນ​ການ​ກໍ່ສ້າງວັດຖຸບູຮານ​ທີ່​ຖືກ​ທຳລາຍ​ນັ້ນຄືນ​ໃໝ່. ຂະນະ​ທີ່​ໃນ​ການ​ປະຕິສັງຂອນ ​ແລະ​ການກໍ່ສ້າງ​ຄືນ​ໃໝ່​ນັ້ນ ຄວນຫຼີກ​ເວັ້ນການ​ທຳລາຍ​​ວັດຖຸບູຮານ​ອີກ.

ກອງ​ປະຊຸມ​ມໍລະດົກ​ໂລກ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຄຣາ​ໂຄ ​ເມືອງ​ເກົ່າ​​ແກ່ທີ່​ມີ​ຊື່​ສຽງຂອງ​ໂປ​ໂລ​ຍ​ໃນຕອນ​ຄ່ຳວັນ​ທີ 2 ກໍລະກົດ​ນີ້ ​ແ​ລະ​ຈະດຳ​ເນີນ​ເປັນ​ເວລາ 11 ວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ