ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 29 ຈັດ​ຂຶ້ນ​ຢູ່​ເອທິ​ໂອ​ປີ
2017-07-04 16:48:36  cri 
ວັນ​ທີ 3 ກໍ​ລະ​ກົດ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​​ພາບອາ​ຟ​ຣິ​ກາ​ຄັ້ງ​ທີ 29 ໄດ້​ຈັດ​ຂຶ້ນ​ຢູ່​​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ທີ່​ຕັ້ງ​ຢູ່ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​ທິ​ໂອ​ປີ.

ກອງ​ປະ​ຊຸ​ມ​ຄັ້ງ​ນີ້ເນັ້ນ "​ການ​ລົງ​ທຶນ​ຕໍ່​ຊາວ​ໜຸ່ມ​ເພື່ອ​ນຳ​ໃຊ້​ຜົນປະ​ໂຫຍດ​ຈາກ​ປະ​ຊາ​ກອນ". ​ໂດຍ​ໃນ​ໄລ​ຍະເວ​ລາ 2 ວັນ, ຜູ້​ນຳ​​ບັນ​ດາ​ປະ​ເທດຈະໄດ້​ຫາ​ລື​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ປະ​ຕິ​ຮູບ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ,ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ແຜ່ນ​ດິນ​ໃຫຍ່​ອາ​ຟ​ຣິ​ກາ​, ສັນ​ຕິ​ພາ​ບ​ແລະ​ຄວາມ​ໝັ້ນ​ຄົງ​ເປັນ​ຕົ້ນ ເພື່ອ​ບັນ​ລຸ​ໄດ້​​ຄວາມ​ຮັບ​ຮູ້​​ທີ່ເປັນ​ເອ​ກະ​ພາບ​ຢ່າງກວ້າງ​ຂວາງ ພ້ອມ​ທັງ​ຊຸກ​ຍູ້​ການ​ປະ​ຕິ​ບັດ​ມະ​ຕິ​ທີ່​ກ່ຽວ​ຂ້ອງ.

ໃນ​ໂອ​ກາດ​ດັ່ງ​ກ່າວ,ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ຄັ້ງ​ທີ 29 ພ້ອມ​ທັງ​ອວຍ​ພອນ​ຢ່າງ​ຈິງ​ໃຈໃຫ້​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ສາ​ມາດ​ນຳ​ພາ​ປະ​ເທດ​ອາ​ຟ​ຣິ​ກາ​ໄດ້​ຮັບ​ຜົນ​ງານ​ທັງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ໃຫຍ່​ຫຼວງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ