ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ເຖິງ​ຢ້ຽມ​ຢາມ​ຣັດ​ເຊຍ​ທາງ​ລັດ​ຖະ​ກິດ
2017-07-04 10:38:42  cri 

ຕອນ​ບ່າຍ​ວັນ​ທີ 3 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​​ໄດ້ເດີນ​ທາງ​​ເຖິງ​ນະ​ຄອນ​ຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ​ດ້ວຍ​ເຮືອ​ບິນ​ພິ​ເສດ, ​ເພື່ອ​ຢ້ຽມ​ຢາມ​​ປະ​ເທດ​ດັ່ງ​ກ່າວ​ທາງ​ລັດ​ຖະ​ກິດ.

ທ່ານ​ສີ​ຈິ້ນ​ຜີງ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ, ສະ​ແດງ​ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ຢ່າງຈິງ​ໃຈ​ແລະ​ກ່າວອວຍ​ພອນ​ອັນ​ດີ​ງາມ​ຕໍ່​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຣັດ​ເຊຍ​. ​ຂະ​ນະ​ດຽວ​ກັນທ່ານ​ສີ​ຈິ້ນ​ຜິງ​ກໍ​ໄດ້​ຊີ້​ວ່າ, ປັດ​ຈຸ​ບັນ, ການ​ພົວ​ພັນ​ຄູ່​​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ແລະ​ຣັດ​ເຊຍ​ພວມ​ຢູ່​ລະ​ດັບ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ​ແນວ​ໃດ​ກໍ​ດີ​ດ້ວຍ​ການ​ຜະ​ເຊີນ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ສັບ​ສົນ​ແລະ​ມີ​ການ​ປ່ຽນ​ແປງ​ຫຼາຍ, ຈີນ​ແລະ​ຣັດ​ເຊຍ​ໄດ້​ສ້າງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​​ດ້ວຍ​ການ​ຖື​ເອົາການ​ຮ່ວມ​ມື​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເປັນ​​ໃຈ​ກາງ, ​ແລະໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ຢ່າງ​ຫຼວງ​ຫຼາຍ.

ທ່ານ​ສີ​ຈິ້ນ​ຜີງ​ເນັ້ນ​ວ່າ, ​ພາຍ​ຫຼັງ​ຂ້າ​ພະ​ເຈົ້າ​​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ປະ​ເທດ​ຈີນກໍ​ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ຣັດ​ເຊຍ​ເປັນ​ຄັ້ງ​ທີ 6 ແລ້ວ, ເຊິ່ງ​ກໍ​ຫວັງ​ວ່າຈະ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ທ່ານ​ປູ​ຕິ​ນ​ເພື່ອ​ລົງ​ເລິກ​ແລະຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ແລະແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ພາ​ກ​ພື້ນ​ແລະ​ສ​າ​ກົນ​ທີ່​ສອງ​ຝ່າຍ​ສົນ​​ໃຈ​ຮ່ວມ​ກັນ, ຂະ​ນະ​ດຽວ​ກັນ​ນັ້ນ​ກໍ​ຈະ​ໄດ້​ພົວ​ພັນ​ແລະ​ແລກ​ປ່ຽນ​ກັບ​ບຸກ​ຄົນ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສອງ​ປະ​ເທດ. ທີ່​ສຳ​ຄັນເຊື່ອ​ວ່າ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຈະ​ຊຸກ​ຍູ້​ສາ​ຍ​ພົວ​ພັນ​ຄູ່​​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້ຂະ​ຫຍາຍ​ຕົວ​ກ້າວ​ໜ້າ​ຢ່າງ​ແນ່ນອນຕໍ່​ເນື່ອງ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ