ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ປູ​ຕິນ
2017-07-04 10:43:31  cri 
ຕອນຄ່ຳ​ວັນ​ທີ 3 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານວຼາດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ວັງແກ​ຮມ​ແລັງ​ໂດຍ​ໃນ​ໂອ​ກາດ​ດັ່ງ​ກ່າວ. ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽ​ຄວາມ​ເຫັນ​​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ທີ່​ສົນ​ໃຈ​ຮ່ວມ​ກັນ​ຢ່າງ​ເລິກ​ເຊິ່ງ​ລ​ວມ​ທັງ​ນ້ຳ​ໃຈ​ມິດ​ຕະ​ພາບແລະ​ປຶກ​ສາ​ຫາ​ລື​ການເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ.

ປະ​ມຸກ​ລັດ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ, ບັນ​ຫາ​ຊີ​ຣີ​ແລະ​ອື່ນໆ. ​ໂດຍສອງ​ຝ່າຍ​​ຕ່າງ​ກໍເຫັນ​ວ່າ, ຈີນ​ແລະ​ຣັດ​ເຊຍ​ຄວນ​ຮັກ​ສາ​ການ​ປະ​ສານ​ສົມ​ທົບ​ດ້ານ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ, ຮັບ​ມື​ກັບ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຢ່າງ​ເໝາະ​ສົມ, ຊຸກ​ຍູ້​ໃຫ້​ບັນ​ດາ​ຝ່າຍ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ຢ່າງ​ເໝາະ​ສົມ​​ດ້ວຍການ​ເຈ​ລະ​ຈາ. ບັນ​ຫາ "ທັດ​" ກ່ຽວ​ພັນ​ເຖິງ​ຄວາມ​ດຸນ​ດ່ຽງ​ທາງ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ, ​ເຊິ່ງຈີນ​ແລະ​ຣັດ​ເຊຍ​ມີ​ຫຼັກ​ໝັ້ນ​​ທີ່​ເປັນເອ​ກະ​ພາບ​ກັນ​ໃນ​ການ​ຄັດ​ຄ້ານ​ອາ​ເມ​ລິ​ກາ​ຕິດ​ຕັ້ງ​ລະ​ບົບ "ທັດ" ຢູ່​ ສ ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ