ADB ​ຈະກູ້ເງິນ 100 ລ້ານ​ໂດ​ລາ​​ສະ​ໜັບ​ສະ​ໜູນ​ຟີ​ລິບ​ປີນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ
2017-07-04 10:49:36  cri 
ທ່ານ​ ທະ​ເຄ​ຮິ​ໂກ ນະ​ຄະ​ໂອ ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ກ່າວ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນ​ໃນ​ວັນ​ທີ 3 ກໍ​ລະ​ກົດ​ນີ້​ວ່າ, ທະ​ນາ​ຄານ​ຕົນ​ຈະ​​ປ່ອຍ​ເງິນ​ກູ້ 100 ລ້ານ​ໂດ​ລາ​ໃຫ້​ແກ່​ຟີ​ລິບ​ປີນ, ເພື່ອ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ທາ​ເຄ​ຮິ​ໂກະ ນາຄະ​ໂອະ ກ່າວ​ວ່າ, ຟີ​ລິບ​ປີນ​ຕ້ອງ​ການ​​ເລັ່ງ​ພັດ​ທະ​ນາ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເພື່ອ​ຂຸດ​ຄົ້ນ​ກຳ​ລັງ​ບົ່ມ​ຊ້ອນແລະ​ຮັກ​ສາ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ຂອງ​ຕົນ. ເຊິ່ງທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຈະ​ຮ່ວມ​ມື​ກັບ​ລັດ​ຖະ​ບານ​ຟີ​ລິບ​ປີນ​ໃນ​ອະ​ນາ​ຄົດ, ເພື່ອຊ່ວຍ​ເຫຼືອ​​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງທີ່​ສຳ​ຄັນ.

​ໃນ "ບົດ​ລາຍ​ງານ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ​ໂລກ​ປີ 2016-2017" ທີ່​​ເປີດ​ເຜີຍ​ໃນເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກນັ້ນ, ຟີ​ລິບ​ປີນຢູ່​ອັນ​ດັບ​ທີ 95 ​ຈາກ 138 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ​ເຊິ່ງຫຼ້າ​ຫຼັງ​ກວ່າ​​ມາ​ເລ​ເຊຍ, ໄທ​, ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ອາ​ຊຽນ​ອື່ນໆ, ​ກໍ​ມີ​ທິດ​ທາງ​ການພັດ​ທະ​ນາ​ອ່າວ​ໃຫຍ່​ສົມ​ຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ