ແຟງ​ລັງ​ເປັນ​ເຈົ້າ​ພາບ​ແຂ່ງ​ຂັນ​​ເຈ່ຍເມຍ(ວິ​ດີ​ໂອ)
2017-07-04 16:08:07  cri 

 

ການ​ແຂ່ງ​ຂັນ​ເຈ່ຍ​ເມຍ​ສາ​ກົນ​ຮອບ​ຊິງ​ຊະ​ນະ​ເລີດ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊອນ​ຄາ​ຈາ​ວີ ປະ​ເທດ​ແຟງ​ລັງ​ໃນ​ວັນ​ທີ 3 ກໍ​ລະ​ກົດ​ນີ້ ເຊິ່ງ​ມີ​ນັກ​ກິ​ລາ 60 ຄູ່​ຈາກ 15 ປະ​ເທດ​ແລະ​ເຂ​ດ​ແຄວ້ນ​​ເຂົ້າ​ຮ່ວມ ດ້ວຍກະ​ຕິ​ກາ​ແຂ່ງ​ຂັນ​ງ່າຍໆ ຄື ແຕ່​ລະ​ຄູ່​ຕ້ອງ​​ຮ່ວມ​ແຮງ​ຮ່ວ​ໃຈກັນ ໂດຍຜູ້​ເປັນ "ຜົວ" ສາ​ມາດ​​ອູ້ມ, ​ເຈ່ຍ ຫຼື​ໃຊ້​ວິ​ທີ​ອື່ນໆ ​ກໍ​ໄດ້​ເພື່ອ​ພາ "ເມຍ" ແລ່ນ​ໃນ​ໄລ​ຍະ​ທາງ 250 ແມັດ, ​ທັງຂ້າມ​ຮົ້ວ, ຜ່ານ​ຄອງ​ນ້ຳ, ຂ້າມ​ຂຸມ​ຊາຍ ແລະ​ອື່ນໆ. ຫຼັງ​ແຂ່ງ​ຂັນ​ປາ​ກົດ​ວ່າ, ຄູ່​ຜົວ​ເມຍ​ທາຍ​ສ​ໂຕ ​ມຽດ​ຕີ​ເນນ ຈາກ​ປະ​ເທດ​ເຈົ້າ​ພາບຍາດ​ໄດ້​ແຊ໊ມ ແລະ​ກໍ​ເປັນ​ເທື່ອ​ທີ 6 ທີ່​ເຂົາ​ເຈົ້າ​ຄອງ​ແຊ໋ມ​ໃນ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ