ການ​ຂ້າມ​ຊາຍ​ແດນ​​​ຂອງ​ທະ​ຫານ​ອິນ​ເດຍແຕກ​ຕ່າງ​​ເມື່ອ​ຄັ້ງ​ເຄີຍ​ເກີດ​ຂຶ້ນ​ໃນ​ອະ​ດີດ
2017-07-04 10:14:10  cri 
ຕາມ​ຂ່າວCRI: ເມື່ອ​ມໍ່ໆ​ມາ​ນີ້, ​ທົ່ວ​ໂລກ​ຕ່າງ​ກໍ​ສົນ​ໃຈ​ໃນເຫດ​ການ​ທີ່ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ອິນ​ເດຍ​ໄດ້​ຂ້າມ​ເສັ້ນ​ຊາຍ​ແດນ​ຕອນ​ຊິກ​ກິມ​ຢ່າງ​ຜິດ​ກົດ​ໝາຍ​ແລ້ວ​ເຂົ້າສູ່​ດິນ​ແດນ​ຈີນ.

ທ່ານ​ເກິ໋ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກໍ​ລະ​ກົດ​ນີ້​ວ່າ, ເສັ້ນ​ຊາຍ​ແດນ​ຈີນ-ອິນ​ເດຍ​ຕອນ​ຊິກ​ກິມ​ໄດ້​ຂີດ​ແບ່ງ​ຕາມ "ສັນ​ຍາ​ຕິ​ເບດ(Xizang)-ອິນ​ເດຍ​ໃນ​ລະ​ຫວ່າງ​ກອ​ງ​ປະ​ຊຸມ​ຈີນ-ອັງ​ກິດ" ​ເມື່ອ​ປີ 1890 ແລະ​ສອງ​ຝ່າຍ​ໄດ້​​ຄຸ້ມຄອງ​ຊາຍ​ແດນ​ຕາມ​ສັນ​ຍາ​ສະ​ບັບ​ນີ້​ມາ​ໂດຍ​ຕະຫຼອດ. ​ແຕ່​ການ​ທີ່ອິນ​ເດຍ​ໄດ້​ສົ່ງ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂ້າມ​ຊາຍ​ແດນ​ ​ເທື່ອ​ນີ້​ເປັນ​ການລະ​ເມີດ​ສັນ​ຍາ​ຂີດ​ແບ່ງ​ຊາຍ​ແດນ​ໃນ​ປະ​ຫວັດ​ສາດ ທັງໄດ້​ລ່ວງ​ລະ​ເມີດຫຼັກ​ການ​ພື້ນ​ຖານ​​ຂອງ "ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ" ແລະ​ກົດ​ໝາຍ​ສາ​ກົນ. ​ຈາກ​ນີ້​ຈິ່ງບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ, ການ​ກະ​ທຳ​​ລັກ​ສະ​ນະ​ນີ້​ຂອງ​ອິນ​ເດຍ​ໄດ້​ຜິດ​ກັບຫຼັກ​ໝັ້ນ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ລັດ​ຖະ​ບານ​​ປະ​ເທດ​ດັ່ງ​ກ່າວ ແລະ​ເປັນ​ເຫດ​ການ​ທີ່​ເປີດ​ແປນ​ທີ່​ສຸດ.

ທ່ານ​ເກິ໋ງ​ສວງ​ກ່າວ​ເນັ້ນ​ວ່າ, ຈີນ​ໄດ້​​ທັກ​ທ້ວງອິນ​ເດຍ​ຢ່າງ​ເຄັ່ງ​ຂຶມ​ມາ​ແລ້ວຫຼາຍ​ເທື່ອ ທັງ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ອິນ​ເດຍ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ທີ່​ກ່ຽ​ວ​ຂ້ອງ​ກັບ​ສັນ​ຍາ​ຂີດ​ແບ່ງ​ຊາຍ​ແດນ, ເຄົາ​ລົບ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ຂອງ​ຈີນ ແລະ​ຖອນກຳ​ລັງ​ທະ​ຫານ​​ທີ່​ຂ້າມ​ຊາຍ​ແດນ​ນັ້ນ​ກັບ​ຄືນ​ສູ່​ຊາຍ​ແດນ​ຝັ່ງ​ອິນ​ເດຍ​ທັນ​ທີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ