ອີກ 3 ປີ ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຈີນ​ຈະ​ມີ​​ຜູ້​ປະ​ກອບ​ອາ​ຊີບ​ໂດຍ​ກົງເຖິງ 33 ລ້ານ​ຄົນ
2017-07-04 11:02:12  cri 
"ມາດ​ຕະ​ການ​ໃນ​ແຜນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ທ່ອງ​ທ່ຽວ​ 5 ປີ​ຄັ້ງ​ທີ 13" ທີ່​ຫ້ອງ​ການ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ເມື່ອ​ມໍ່​ໆ​ມາ​ນີ້​ລະ​ບຸ​ວ່າ, ໃນ​ໄລ​ຍະ​ຈັດ​ຕັ້ງ​ປະ​ຕິ​ບັດ "ແຜນ​ການ 5 ປີ​ຄັ້ງ​ທີ 13", ຈຳ​ນວນ​ຜູ້​ປ​ະ​ກອບ​ອາ​ຊີບ​ໂດຍ​ກົງ​ໃນ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​ປະ​ມານ 1 ລ້ານ​ຄົນ​ຕໍ່​ປີ ເຊິ່ງເມື່ອ​ຮອດ​ປີ 2020, ​ຈະ​ມີ​ເຖິງ 33 ລ້ານ​ຄົນ ແລະ​ ​ຈາກ 6 ລ້ານ 7 ແສນ​ຄົນ​ໃນ​ທ້າຍ​ "ແຜນ​ການ 5 ປີ​ຄັ້ງ​ທີ 12" ​ໄດ້ເພີ່ມ​ຂຶ້ນ​ເປັນ 8 ລ້ານ 2 ແສນ 5 ໝື່ນ​ຄົນ​.

​ມາດ​ຕະ​ການ​ດັ່ງ​ກ່າວ​ເນັ້ນວ່າ, ຕ້ອງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງປະ​ດິດ​ສ້າງ ທັງເນັ້ນ​ໃສ່​ປິ່ນ​ອ້ອມ​ການ​ປະ​ດິດ​ສ້າງ​ດ້ານ​ຮູບ​ການ, ຜະ​ລິດ​ຕະ​ພັນ, ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ອອກ​ແຮງ​ຍົກ​ລະ​ດັບຊັບ​ພະ​ຍາ​ກອນ​ມະ​ນຸດ​ທ່ອງ​ທ່ຽວ​ແບບ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ​ຍົກ​ລະ​ດັບ​​ການບໍ​ລິ​ການ​ຂອງ​ເຈົ້າ​ໜ້າ​ທີ່​ຜູ້​ປະ​ກອບ​ການທ່ອງ​ທ່ຽວ​ເຂດ​ຊົນ​ນະ​ບົດ​ໃຫ້​ສູງ​ຂຶ້ນ. ເພີ່ມ​ທະ​ວີ​ການ​ຝຶກ​ອົບ​ຮົມ​ຄອບ​ຄົວ​ແບບ​ຢ່າງ, ຜູ້​ນຳ​ພາ ແລະ​ຜູ້​ສືບ​ທອດ​ສີ​ມື​ພິ​ເສດ​ຢູ່​ເຂດ​ທ່ອງ​ທ່ຽວ​ຊົນ​ນະ​ບົດ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ