ຍ້າຍຕຶກ​ຫ້ອງ​ການຫຼັງ​ໜຶ່ງ​​ເພື່ອ​ກໍ່​ສ້າງ​ຂົວ​ໄຂວ່
2017-07-04 15:09:36  cri 

ຕຶກ​ຫ້ອງ​ການ​ພະ​ແນກ​ຕິດ​ຕ​າມ​ຄຸ້ມ​ຄອງ​ຕະຫຼາດ​ເຂດ​ຕູ້​ຈີ໋​ເມືອງ​ຫວຍ​ເປ​ແຂວງ​ອ່ານ​ຮຸຍ​ສ້າງ​ຂຶ້ນ​ເມື່ອ​ປີ 2001 ທີ່​ສູງ 14 ແມັດ ແລະກວມ​ເນື້ອ​ທີ່​ກໍ່​ສ້າງ 1200 ຕາ​ແມັດ. ​ມັນ​ໄດ້​ເລີ່ມ​ຍ້າຍ​ອອກ​ຈາກ​ເຂດ​ກໍ່​ສ້າງ​ຂົວ​ໄຂວ່ແລ້ວ ໃນ​ເວ​ລາ 8 ໂມງ​ເຊົ້າ​ວັນ​ທີ 27 ມິ​ຖຸ​ນາ​ຜ່ານ​ມາ​ ແລະໃນ​ເວ​ລາ 12 ໂມງ 37 ນາ​ທີ​ຂອງມື້​​ຖັດມາ ກໍ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຍ້າຍ​ໄປ​ສູ່​ສະ​ຖານ​ທີ່​ທີ່​ກຳ​ນົດ​ໄວ້ ເຊິ່ງ​ຫ່າງ​ຈາກ​ເຂດ​ກໍ່​ສ້າງ 10 ແມັດ. ຂ່າວ​ແຈ້ງ​ຕື່ມ​ວ່າ, ພາຍຫຼັງ​ຍ້າຍ​ໄປ​ບ່ອນ​ໃໝ່​ແລ້ວ, ຝ່າຍ​ຈັດ​ການ​ຈະ​​ຖອກ​ເບຕົງ​​ລົງພື້ນ​ຕຶກ​ ເພື່ອເຮັດ​ໃຫ້​ຕຶກ​ກັບ​ພື້ນ​ໃໝ່​ເຊື່ອມ​​ຈອດ​ເຂົ້າ​ກັນ ເຊິ່ງ​ຈະ​ເຮັດ​ໃຫ້​ຕຶກຫຼັງ​ນີ້​ມີ​ຄວາມ​ສາ​ມາດ​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ຕ້ານພາ​ຍຸ​ໄດ້​ດີກວ່າ​ເກົ່າ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ