ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ "ຫຼຽວ​ໜິງ" ​ແຈກ​​ປີ້​ໃຫ້​ປະ​ຊາ​ຊົນ​ຮົງ​ກົງ​ເຂົ້າ​ຊົມ
2017-07-04 15:20:42  cri 

ວັນ​ທີ 3 ກໍ​ລະ​ກົດ​ນີ້, ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ປະ​ຈຳ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ແຈກ​ປີ້​ 2000 ​ໃບໃຫ້​ປະ​ຊາ​ຊົນ​​ທີ່ດຳ​ລົງ​ຊີ​ວິດ​ຢູ່​ຮົງ​ກົງ​​ຢ່າງຖາ​ວອນ ​ໂດຍ​ມີ​ປະ​ຊາ​ຊົນ​ບາງ​ຄົນ​ໄປ​ລຽນ​ແຖວຖ້າ​ຈົນ​ຊອດ​ແຈ້ງ. ເພື່ອສະ​ເຫຼີມ​ສະຫຼອງວັນ​ລະ​ນຶກ​ຮົງ​ກົງ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຄົບ​ຮອບ 20 ປີ, ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ "​ຫຼຽວ​ໜິງ" ລຳ​ທຳ​ອິດ​ຂອງ​ຈີນ​ແລະ​ອີກ 3 ລຳ​ໃນ​ຂະ​ບວນ​ດຽວ​ກັນ​ຈະ​​ເຂົ້າ​ທຽບ​ທ່າ​ຢູ່​ຮົງ​ກົງ​ແຕ່​ວັນ​ທີ 7 ຫາ 11 ກໍ​ລະ​ກົດ​ນີ້ ແລະ​ຈະ​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຊົມ​ແຕ່​ວັນ​ທີ 8 ຫາ 9 ເດືອນ​ດຽວ​ກັນ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ