ສື່ມວນຊົນ 12 ປະເທດຕາມ'ໜຶ່ງແລວທາງໜຶ່ງເສັ້ນທາງ"ຢ້ຽມ​ຢາມກວາງໂຈ່ວ
2017-07-05 09:54:26  cri 

ວັນທີ3 ຫາ ວັນທີ8 ກໍລະກົດ 2017, "ສື່ມວນຊົນ 12 ປະເທດຕາມ'ໜຶ່ງແລວທາງໜຶ່ງເສັ້ນທາງ"ຢ້ຽມ​ຢາມ ກວາງໂຈ່ວ 2017"​ໂດຍ​ວິທະຍຸສາກົນແຫ່ງປະເທດຈີນຫຼື CRI ຮ່ວມກັບຫ້ອງການຖະແຫຼງຂ່າວຂອງອົງການປົກຄອງກວາງໂຈ່ວໄດ້ຈັດຂຶ້ນຢູ່​ເມືອງກວາງໂຈ່ວ​ແຂວງກວາງ​ຕຸ້ງ.​ໂດຍນັກຂ່າວປະມານ50ຄົນ​ຈາກ12ປະເທດຈະທ່ຽວຊົມ ແລະ​ສະ​ແດງ​ຄວາມຮູ້ສຶກ​ຕໍ່​ມົນສະເໜ່ອັນພິເສດຂອງກວາງໂຈ່ວໃນຖານະເປັນຕົວເມືອງສູນກາງຂອງ"ໜຶ່ງແລວທາງໜຶ່ງເສັ້ນທາງ"ແລະຕົວເມືອງລະດັບໜຶ່ງໃນທົ່ວໂລກ.


"ກວາງໂຈ່ວ-ຕົວເມືອງດອກໄມ້:ການເປີດປະຕູແລະການປະດິດສ້າງໃໝ່"​ຄືຫົວຂໍ້ຫຼັກ.​ທີ່​ບັນ​ດາ​ນັກ​ຂ່າວ​ຈາກ12ປະ​ເທດ​ຈະ​ໄດ້ສໍາພາດແລະໂຄສະນາເຜີຍແຜ່ສະພາບແວດລ້ອມການ​ລົງ​ທຶນ​ກໍ​ຄື​ພາບ​ພົດ​ຕົວ​ເມືອງ​ສາ​ກົນ​ແລະເວທີປຶກສາຫາລືຊັບສິນທົ່ວໂລກກວາງໂຈ່ວ2017,​ເພື່ອ​ສ່ອງ​ແສງໃຫ້ທົ່ວໂລກຮູ້ກວາງໂຈ່ວດີກວ່າວ່າເກົ່າ,ແລະຍົກຊື່ສຽງຂອງ​ຄວາມ​ເປັນສາກົນ​ໃຫ້​ສູງ​ຂຶ້ນ.


ຄະນະ​ນັກ​ຂ່າວ​ດັ່ງ​ກ່າວນອກ​ຈາກ​ມີ​ສື່ສຳຄັນຂອງຈີນຄືCRI,ເນັດປະຊາຊົນ,ເນັດຊິນຮວາແລະchina dailyແລ້ວ​ຍັງ​ມີກັບສື່ມວນ​ຊົນສຳຄັນຂອງປະເທດຕາມ"ໜຶ່ງແລວທາງໜຶ່ງເສັ້ນທາງ"12ປະ​ເທດຄືໂທລະພາບລາວສຕາ,ວິທະຍຸແຫ່ງຊາດປາກິສຖານ,ໂທລະພາບແຫ່ງຊາດກຳ​ປູເຈຍເປັນຕົ້ນ.


ໃນຖານະເປັນຕົວເມືອງການຄ້າທີ່ມີປະຫວັດສາດພັນກວ່າປີ​ບົນເສັ້ນທາງ​ສ​າຍໄໝ​ທາງທະເລ,ກວາງໂຈ່ວນອກ​ຈາກມີພື້ນຖານ​ການຮ່ວມມືທາງເສດຖະກິດ​ລະ​ຫວ່າງພາກພື້ນອັນກວ້າງຂວາງ,ແລ້ວ​ຍັງເປັນສູນກາງທີ່ຕິດຕໍ່​ພົວ​ພັນ​ລະ​ຫວ່າງພາຍໃນ​ປະ​ເທດກັບປະເທດຕາມ​ເສັ້ນທາງສາຍໄ​ໝ​ທາງທະເລ,​ແລະແມ່ນ​ເຂດ ການຄ້າສາກົນທີ່​ບໍ່​ມີ​ຫຍັງ​ປ່ຽນແທນໄດ້.


ໃນບໍ່ເທົ່າໃດປີຜ່ານ​ມາ,ຄະນະພັກແລະອົງການປົກຄອງກວາງໂຈ່ວໄດ້ປະຕິບັດ 5​ຍຸດ​ທະ​ສາດ ຄື"ປະດິດສ້າງໃໝ່,ປະສານງານ,ສີຂຽວ,ເປີດປະຕູ,ແລະ​ຮ່ວມ​ກັນພັດທະນາ",​ໂດຍ​ເລີ່ມ​ຈາກ​ການວາງແຜນພັດທະນາແບບໃໝ່​ດ້ວຍຈຸດເລີ່ມໃໝ່,​ແລະສະໜີ​ການສ້າງຕົວເມືອງສູນກາງ​ເຊື່ອມ​ຕໍ່.ເພື່ອຊຸກຍູ້​ການ​ສ້າງ3ສູນ​ຍຸດ​ທະ​ສາດ, ຄື:ສູນກາງການຂົນສົ່ງທາງນ້ຳສາກົນ,ສູນກາງ​ທາງອ​າ​ກາດສາກົນ,ສູນກາງປະດິດສ້າງໃໝ່ວິທະຍາສາດເຕັກ​ໂນ​ໂລ​ຊີສາກົນ​ທີ່​ສຳ​ຄັນ​ແນ​ໃສ່ຍົກສູງກຳລັງສັງລວມຕົວ​ຈິງ​ແລະກຳລັງແກ້ງແຍ້ງສາກົນ ຢ່າງຮອບດ້ານ,​ແລະ​ຍົກ​ຊື່​ສຽງ​ອິດ​ທິ​ພົນຂອງກວາງໂຈ່ວໃນປະເທດຈີນແລະທົ່ວໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ