ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ນາຍົກລັດຖະມົນຕີ​ເຢຍລະ​ມັນ
2017-07-05 16:42:51  cri 

ຕອນ​ຄ່ຳ​ວັນ​ທີ 4 ກໍ​ລະ​ກົດ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ເຖິງ​ນະຄອນຫຼວງ​ແບກ​ແລງ ປະ​ເທດ​ເຢຍລະ​ມັນ ​ແລະ​​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​​ແອ​ງ​ເຈີ​ລາ ເມີ​ແຄວ ນາຍົກລັດຖະມົນຕີປະ​ເທດ​ດັ່ງກ່າວ ຢູ່​​ເຮືອນ​ເກົ່າ​ຂອງ​ທ່ານ​ມາກ ລີ​ເບີ​ມັງ.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ນັບ​ແຕ່​ການ​ພົບ​ປະກັນ​ລະຫວ່າງ​ສອງ​ຝ່າຍ​ຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ເມື່ອ​ປີ 2016 ​ເປັນຕົ້ນມາ, ສາຍ​ພົວພັນ​ລະຫວ່າງ​ຈີນ-​ເຢຍລະ​ມັນ ​ໄດ້​ຄືບ​ໜ້າ​ຫຼາຍດ້ານ​ທີ່​ໜ້າ​ຊື່ນຊົມ​. ຂ້າພະ​ເຈົ້າຫວັງ​ວ່າ​ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້ ຈະ​​ເປັນ​ການສືບ​ຕໍ່​ຊຸກຍູ້ສາຍ​ພົວພັນ​ຄູ່ຍຸດ​ທະ​ສາດ​ຄົບ​ວົງ​ຈອນລະຫວ່າງ​ສອງ​ປະ​ເທດ​. ​ແນວ​ໃດ​ກໍ​ດີ, ຈີນ​ສະ​ແດງ​ຄວາມຊົມ​ເຊີຍທີ່​ວິ​ສາ​ຫາະກິດ​ເຢຍລະ​ມັນຕັ້ງໜ້າ​ເຂົ້າຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ".

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ໃຫ້​ເຫັນ​ວ່າ: ປັດຈຸບັນ, ຂະ​ບວນການ​ເສດຖະກິດ​ໂລກາ​ພິວັດ​ພວມ​ຢູ່ປາກ​ທາງ​ສີ່​ແຍກຂອງ​ປະຫວັດສາດ. ​ແນວ​ໃດ​ກໍ​ດີ, ຈີນ​ແລະ​ເຢຍລະ​ມັນ​ລ້ວນ​ແຕ່​​ແມ່ນປະ​ເທດ​ໃຫຍ່​ທາງ​ການ​ຄ້າ ​ແລະ​ກໍ​ແມ່ນຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ເສດຖະກິດ​ໂລກາ​ພິວັດ ທັງ​ເປັນຜູ້ສະໜັບສະໜູນ ​ແລະ ຮັກສາ​ຂະ​ບວນການເສດຖະກິດ​ໂລກາ​ພິວັດ ​ເຊິ່ງພວກ​​ເຮົາຄວນ​ຊຸກຍູ້​ຂະ​ບວນການ​ດັ່ງກ່າວ​ໃຫ້​ມີ​ຊີວິດ​ຊີວາ, ​ເປັນ​ແບບ​ກວມ​ລວມ ​ແລະ ຍືນ​ຍົງຍິ່ງ​ຂຶ້ນ ​ເພື່ອ​​ໃຫ້​ທຸກ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ທ່ານ​ນາງ ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ກໍ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບຢ່າງ​ອົບ​ອຸ່ນຕໍ່​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່ຢ້ຽມຢາມ​ປະ​ເທດ​ຕົນທາງ​ລັດຖະກິດ ​ທັງ​ກ່າວ​ວ່າ: ສາຍ​ພົວພັນ​ລະຫວ່າງ​ເຢຍລະ​ມັນ-ຈີນ​ໃນປັດຈຸບັນ​​ໄດ້​ພັດທະນາ​ເປັນ​ຢ່າງ​ດີ, ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ກໍໄດ້ຮັບ​ຜົນ​ຢ່າງຫຼວງຫຼາຍ.​ ແນວ​ໃດ​ກໍ​ດີ, ​ເຢຍລະ​ມັນ​ຍິນ​ດີ​ຮ່ວມ​ກັບ​ຈີນ ​ເພື່ອຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ເອີຣົບ-ຈີນ​​ໄດ້​ຮັບການພັດທະນາ. ຂະນະ​ດຽວ​ກັນ, ​ເຢຍລະ​ມັນ​ໃຫ້​ຄວາມ​ສຳຄັນ​ຕໍ່​ຈີນ​ທີ່​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ໃນ​ກິດຈະການ​ສາກົນ, ຊົມ​ເຊີຍ​ທີ່​ສະໜັບສະໜູນ​ລັດທິຫຼາຍຝ່າຍ ​ແລະ ຂອບ​ໃຈ​​ທີ່​ສະໜັບສະໜູນ​ເຢຍລະ​ມັນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຢູ່​ເມືອງ​ແຮມ​ເບິ​ກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ