ປ​ະ​ທານ​ປະ​ເທດ​ຈີນ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ
2017-07-05 11:25:44  cri 
ວັນ​ທີ 4 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​​ປະ​ເທດ​ຣັດ​ເຊຍ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງທ່ານ ດີ​ມີ​ຕ​ຣີ ​ເມດ​ເວ​ແດ​ວ໌ ​ນາ​ຍົກ​ລັດ​ຖະ​ມົນ​ຕີຣັດ​ເຊຍ.

​ໂອ​ກາດ​ດັ່ງ​ກ່າວ,ທ່ານ ສີ​ຈິ້ນ​ຜິງ ໄດ້​ກ່າວວ່າ: ປັດ​ຈຸ​ບັນ, ​ເສດ​ຖະ​ກິດ​​ຣັດ​ເຊຍ​ໄດ້​ພັດ​ທະ​ນາ​ໄປ​ໃນ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ. ຣັດ​ເຊຍ​ເປັນ​ຄູ່​ຮ່ວມ​ທີ່​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ການ​ຮ່ວມ​ມື​ທີ່​ແທ້​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນຢ່າງ​ຫຼວງ​ຫຼາຍ ແລະ ອະ​ນາ​ຄົດ​ທີ່​ສົດ​ໃສ. ​ຈີນ​ເດັດ​ດ່ຽວ​ໜຽວ​ແໜ້ນ​ແລະໝັ້​ນ​ໃຈ​ຢ່າງ​ເຕັມ​ສ່ວນ​ທີ່​ຈະ​ຮ່ວມ​ກັບ​ຣັດ​ເຊຍ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ໂລກ.

ທ່ານ ດີ​ມີ​ຕ​ຣີ ເມດ​ເວ​ແດ​ວ໌ ກ່າວ​ວ່າ: ສ​າຍ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ພວມ​ຢູ່​ໃນ​ໄລ​ຍະ​​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ,ການ​ຮ່ວມ​ມື​ແບບຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງປະ​ຊາ​ຊົນ​​ສອງ​ປະ​ເທດ ກໍ​ຄືມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​​ຈີນ​ຮັກ​ສາ​ການ​ໄປ​ມາ​ຫ​າ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ແໜ້ນ​ແຟ້ນ,ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ,ຈັດ​ຕັ້ງ​ປ​ະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ທີ່​ສຳ​ຄັນ ພ້ອມ​ທັງຈະຕັ້ງ​ໜ້າ​ສຸມ​ໃສ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ໃນ​ລະ​ດັບ​ທ້ອງ​ຖິ່ນ​​ແລະເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳລະ​ຫວ່າງ​ສອງ​​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ