ທ່ານ​ສີ​ຈິ້ນ​ຜິງ​ພິມ​ບົດ​ຄວາມລົງ​ສື່ມວນ​ຊົນ​ເຢຍ​ລະ​ມັນ
2017-07-05 14:26:09  cri 
ເນື່ອງ​ໃນ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ທາງ​ລັດ​ຖະ​ກິດ, ວັນ​ທີ 4 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພິມ​ບົດ​ຄວາມ "ເພື່ອ​ໂລກ​ທີ່​ດີ​ງາມກວ່າ​ເກົ່າ" ​ລົງໃນ​ສື່​ມວນ​ຊົນ​ສຳ​ຄັນ​ຕ່າງໆ​ຂອງ​ເຢຍ​ລະ​ມັນ.

ບົດ​ຄວາມ​ຂ​ຽນ​ວ່າ, ການ​ຢ້ຽມ​ຢາມ​ເທື່ອ​ນີ້​ພໍ​ດີ​ເປັນ​ໄລ​ຍະ​ທີ່​ຈີນ​ເຢຍ​ລະ​ມັນ​ສ້າງ​ສາຍ​​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 45 ປີ ເຊິ່ງ​ຕະຫຼອດ​ໄລ​ຍະ​ດັ່ງ​ກ່າວ ທັງ​ສອງ​ປະ​ເທດໄດ້​ຍົກ​ສາຍ​ພົວ​ພັນ ​ຂຶ້ນ​ເປັນ​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຄົບ​ວົງ​ຈອນ​ໃນ​ປີ 2014 ແລະສາຍ​ພົວ​ພັນ​ຈີນ​ເຢຍ​ລະ​ມັນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທາງ​ຍຸດ​ທະ​ສາດ​ນັບ​ມື້ຫຼາຍ​ຂຶ້ນ, ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍ ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​​ກໍ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ.

ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​ໄດ້​ເຕີບ​ໂຕ​ຢ່າງ​ໜັກ​ແໜ້ນ, ກຸ່ມ 20 ປະ​ເທດ​ຕ້ອງ​ໄດ້​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ຂອງ​ການ​ເປັນ​ເວ​ທີ​ສຳ​ຄັນ​ສຳ​ລັບ​ປຶກ​ສາ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ. ການ​ຜັນ​ຂະ​ຫຍາຍ​ຄວາມເປັນ​ເອກ​ະ​ພາບ​ກັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຫາງ​ໂຈ​ວ່​ແລະ​ກອງ​ປະ​ຊຸມ​ສຸດຍອດ​ທຸກ​ຄັ້ງ​ຜ່ານ​ມາຂອງ​ກຸ່ມ 20 ປະ​ເທດ ມີຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ນຳພາ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ ແລະ​ກໍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​​ທຸກໆ​ຝ່າຍ. ຂ້າ​ພະ​ເຈົ້າ​​ຫວັງ​ວ່າ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ສາ​ມາດ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ຄົບ​ວົງ​ຈອນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສຸດຍອດ​ແຮມ​ເບີກ​ປະ​ສົບ​​ຜົນສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ